ສັນຍາສົ່ງອອກເຂົ້າສານເພີ່ມຂຶ້ນ
(ພາບ:dientu.chinhphu.vn)
( vovworld )- ກະຊວງອຸສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ: ໃນເດືອນ 5/2012, ການສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸເກືອບ 790.000 ໂຕນ, ເພີ່ມຂຶ້ນກ່ວາ 12% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ປະກອບສ່ວນນຳປະລິມານເຂົ້າສານສົ່ງອອກທັງໝົດຂອງຫວຽດນາມ ແຕ່ຕົ້ນປີມາຮອດປະຈຸບັນບັນລຸ 2,5 ລ້ານໂຕນ. ຍ້ອນການສົ່ງອອກເຂົ້າສານຂອງຫວຽດນາມ ເພີ່ມຂຶ້ນແຮງໃນສອງເດືອນຜ່ານມາ ໄດ້ຊ່ວຍໃຫ້ຫວຽດນາມສາມາດບັນລຸຈຸດໝາຍສົ່ງອອກເຂົ້າສານໃນປະລິມານ 6,5 ລ້ານໂຕນໃນປີ 2012 ນີ້ໄດ້. ປີນີ້, ຈີນ ກາຍເປັນຕະຫຼາດນຳເຂົ້າເຂົ້າສານຈາກຫວຽດນາມ ຫຼາຍກ່ວາໝູ່ ດ້ວຍປະລິມານນຳເຂົ້າເພີ່ມຂຶ້ນທົບ 4,4 ເທົ່າ