ການສະແດງຊຸດອາພອນປະຈຳຊາດແລະພົບປະແລກປ່ຽນສິລະປະອາຊຽນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ 23 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງອາຊຽນ

ການສະແດງຊຸດອາພອນປະຈຳຊາດແລະພົບປະແລກປ່ຽນສິລະປະອາຊຽນ - ảnh 1ການສະແດງຊຸດອາພອນປະຈຳຊາດແລະພົບປະແລກປ່ຽນສິລະປະອາຊຽນ

(ພາບ: seatimes.com.vn)

ຕອນຄ່ຳວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາຮ່າໂນ້ຍ ຈັດຕັ້ງລາຍການສະແດງຊຸດອາພອນປະຈຳຊາດ ແລະ ພົບປະແລກປ່ຽນສະແດງສິລະປະອາຊຽນ. ລາຍການໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ, ນະຄອນຮ່າໂນ້ຍ, ບັນດາເອກອັກຄະລັດຖະທູດ, ອົງການບໍ່ຂຶ້ນກັບລັດຖະບານ, ນັກສຶກສາຕ່າງປະເທດທີ່ພວມປະຕິບັດງານ, ຮ່ຳຮຽນຢູ່ຮ່າໂນ້ຍ…

        ລາຍການແມ່ນເພື່ອແນໃສ່ເພີ່ມທະວີວຽກງານໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບການສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ເຊື່ອມຕໍ່ຢ່າງແໜ້ນແຟ້ນ. ນີ້ກໍ່ແມ່ນໂອກາດເພື່ອຊຸກຍູ້ການພົບປະແລກປ່ຽນ, ຕິດພັນການພົວພັນມິດຕະພາບອັນດີງາມລະຫວ່າງຫວຽດນາມ ກັບບັນດາປະເທດອາຊຽນ, ກໍຄືເພີ່ມທະວີຄວາມສາມັກຄີຂອງປະຊາຊົນໃນປະຊາຄົມອາຊຽນ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ