ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ສິ່ງ​ທີ່​ສື່ມວນ​ຊົນ​ເວົ້າ​ລວມ, ການ​ກະ​ກ​າຍ​ສຽງ​​ເວົ້າ​ສະ​ເພາະ​ຕ້ອງ​ປະ​ຕິ​ບັດ

(VOVWORLD) -  ການປ່ຽນແປງແມ່ນດັດປັບໃຫ້ເໝາະສົມ, ປ່ຽນແປງເພື່ອພັດທະນາ ນັ້ນແມ່ນທ່າອ່ຽງຂອງສື່ມວນຊົນເວົ້າລວມ ແລະ ການກະຈາຍສຽງເວົ້າສະເພາະ, ພຽງແຕ່ຄືແນວນັ້ນຈຶ່ງສາມາດດຶງດູດມະຫາຊົນໄດ້.
ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ສິ່ງ​ທີ່​ສື່ມວນ​ຊົນ​ເວົ້າ​ລວມ, ການ​ກະ​ກ​າຍ​ສຽງ​​ເວົ້າ​ສະ​ເພາະ​ຕ້ອງ​ປະ​ຕິ​ບັດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາສາກົນຫັນເປັນດີຈີຕອນ ການກະຈາຍສຽງ - ຈາກພຶດຕິກຳຕົວຈິງ ສາກົນ ແລະ ຫວຽດນາມ ທີ່ໄດ້ດຳເນີນໃນວັນທີ 12 ກໍລະກົດ, ຢູ່ແທງຮ່ວາ, ໃນຂອບເຂດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XVI, ທ່ານປ.ອ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ ບັນຫາທຳອິດ ແລະ ສຳຄັນຂອງການຫັນເປັນດີຈີຕອນ ນັ້ນແມ່ນມະນຸດ. ມະນຸດຕ້ອງປ່ຽນແປງຈິນຕະນາການ, ປ່ຽນແປງຄວາມລຶ້ງເຄີຍປະຕິບັດງານ, ປ່ຽນແປງວິທີການຄຸ້ມຄອງ ເພື່ອສ້າງວິວັດການຜະລິດໃໝ່, ສ້າງຫຼາຍຜະລິດຕະພັນສື່ມວນຊົນທີ່ມີຄຸນນະພາບສູງ, ຈັບອົກຈັບໃຈກ່ວາ, ດຶງດູດມະຫາຊົນຫຼາຍກ່ວາ. ເພື່ອຫັນສື່ມວນຊົນເປັນດີຈີຕອນເຂົ້າສູ່ຊີວິດປະຈຳວັນຢ່າງແທ້ຈິງ, ກ່ອນອື່ນມົດຕ້ອງປ່ຽນແປງຈິນຕະນາການຂອງຜູ້ເຮັດຂ່າວ, ພິເສດແມ່ນຫົວໜ້ານຳບັນດາອົງການສື່ມວນຊົນ. ການປ່ຽນແປງແມ່ນດັດປັບໃຫ້ເໝາະສົມ, ປ່ຽນແປງເພື່ອພັດທະນາ ນັ້ນແມ່ນທ່າອ່ຽງຂອງສື່ມວນຊົນເວົ້າລວມ ແລະ ການກະຈາຍສຽງເວົ້າສະເພາະ, ພຽງແຕ່ຄືແນວນັ້ນຈຶ່ງສາມາດດຶງດູດມະຫາຊົນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ