ການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ ມີແງ່ຫວັງຫຼາຍຢ່າງ

ການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ ມີແງ່ຫວັງຫຼາຍຢ່າງ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

(vovworld) – “ຫວຽດນາມ - ອາ​ເມ​ລິ​ກາ ພວມ​ຢື່ນຕໍ່ໜ້າ​ບັນດາ​ແງ່​ຫວັງ​ອັນ​ໃຫຍ່​ຫຼວງ ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ພິ​ເສດ​ແມ່ນ ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ”. ນີ້​ແມ່ນ​ຂໍ້​ສັງ​​ເກດຂອງ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະນາ​ໂດຍ​ສະຖານ​ທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນ​ກໍ່ຄື​ຕີ​ລາຄາ​ກາລະ​ໂອກາດ ​ແລະ ສ່ິງທ້າ​ທາຍ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​​ເອກ​ອັກຄະ​ລັດຖະທູ​ດ ຫວຽດນາມ  ປະຈຳ ອາ​ເມ​ລິກາ ຫງວຽນ​ກວກ​ເກື່ອງ ​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ 2 ປະ​ເທດ​ພວມແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ພັດທະນາ​ໄວ​ທີ່​ສຸດ. ທ່ານ​​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ກວກ​ເກື່ອງ ​ເນັ້ນ​ໜັກ​ວ່າ:

“ການ​ບຸລິມະສິດ​ສູງ​ໃນ​ນະ​ໂຍບາຍ​ຂອງ​ລັດຖະບານ 2 ປະ​ເທດ​ແມ່ນ​ສິ່ງ​ທີ່​ບັນດາ​ມະຫາວິທະຍາ​ໄລ ​ແລະ ວິ​ສາ​ຫະກິດ ອາ​ເມ​ລິ​ກາ ມີ​ຄວາມ​​ເອົາ​ໃຈ​ໃສ່​ທີ່​ສຸດ. ການພັດທະນາ​ແຫຼ່ງຊັບພະຍາກ​ອນມະນຸດ ​ແມ່ນໜຶ່ງ ​ໃນ 3 ຂົງ​ເຂດ​ຫຼັກ​ແຫຼ່ງ ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ ສັງຄົມ​ຂ​ອງ ຫວຽດນາມ ​ໄລຍະ 2011 2020. ຄວາມ​ຈິງ​ແລ້ວ, ລັດຖະບານ ຫວຽດນາມ ​ໄດ້​ລົງທຶນ​ຫຼາຍ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກ​ອນມະນຸ​ດຂອງ ຫວຽດນາມ. ​ແຕ່​ນີ້​ຮອດ​ປີ 2020, ລັດຖະບານ​ໄດ້​ລົງທຶນ​ນັບພັນ​ຕື້​ດົ່ງ​ໃຫ້​ແກ່​ການ​ບຳລຸງ​ສ້າງ​ພາສາ​ອັງກິດ ​ແລະ ປະລິຍາ​ເອກ. ນີ້​ແມ່ນ​ບັນດາ​ຂົງ​ເຂດ​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຫຼາຍລະຫວ່າງ 2 ປະ​ເທດ​ໃນ​​ໄລຍະ​ຈະ​ມາ​ເຖິງ.”

​​ເມື່ອ​ແບ່ງປັນ​ກ່ຽວ​ກັບ​ທັດສະ​ນະ​ດັ່ງກ່າວ, ດຣ Sylvia Crowder, ຜູ້ອຳ​ນວຍການ​ໂຄງການ​ສຶກສາ​ສາກົນ ​ແລະ ພາສາ​ຕ່າງປະ​ເທດ, ຂຶ້ນ​ກັບ​ກະຊວງ​ສຶກສາ ອາ​ເມ​ລິ​ກາ ຖື​ວ່າ: ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ຄວນ​ມີ​ລັກສະນະ​ຫຼາຍ​ຝ່າຍ ​ແລະ ສົ່ງ​ເສີມ​ການ​ແລກປ່ຽນ​ນັກ​ສຶກສາ​ຍ້ອນ​ວ່າ​ຢູ່​​ແຕ່ລະ​ປະ​ເທດລ້ວນ​​ແຕ່​ມີ​ທ່າ​ແຮງ​ສະ​ເພາະ.

ຂ່າວ/ບົດ​ອື່ນ