ການຮ່ວມມືໃນຂະແໜງສານລະຫວ່າງຫວຽດນາມ-ສ.ເກົາຫຼີ

ການຮ່ວມມືໃນຂະແໜງສານລະຫວ່າງຫວຽດນາມ-ສ.ເກົາຫຼີ - ảnh 1
ທ່ານ ​ເຈືອງ​ຮ່ວາ​ບິ່ງ ​ພົບ​ປະ​ເຈລະຈາ​ກັບ​ ທ່ານ​ປະທານ​ສານ
​ປະຊາຊົນ​ສູງ​ສຸດ ສ.​ເກົາຫຼີ Yang Sung – tae
(ພາບ: vietnam+)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ​ໃນ​ລະຫວ່າງ​ວັນ​ທີ 16 – 23/8. ທ່ານ ​ເຈືອງ​ຮ່ວາ​ບິ່ງ ​ເລຂາ​ສູນ​ກາງ​ພັກ, ປະທານ​ສານ​ປະຊາຊົນ​ສູງ​ສຸດ​​ໄດ້ມີການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ສ.​ເກົາຫຼີ Yang Sung – tae. ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ງ ​ແຈ້ງ​ໃຫ້​ຝ່າຍ ສ.​ເກົາຫຼີ ຊາບບັນດາ​ໝາກຜົນ ຊຶ່ງ​​ພາລະກິດປະຕິ​ຮູບ​ດ້ານ​ຕຸລາການ​ຂອງ ຫວຽດນາມ ບັນລຸ​ໄດ້. ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ລັດຖະບານ, ປະຊາຊົນ ສ.​ເກົາຫຼີ, KOICA ​ແລະ ສານ​ສູງ​ສຸດ ສ.​ເກົາຫຼີ ​ທີ່​​ໄດ້ໜູນ​ຊ່ວຍ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ໃນ​ການປັບປຸງ​ພື້ນຖານດ້ານວັດຖຸ ​ແລະ ຍົກ​ສູງ​ຄວາມ​ສາມາດ​ບຳລຸງ​ສ້າງ​ດ້ານ​ຕຸລາການ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ງ ຖື​ວ່າ: ​ໂຄງການ​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຄງການ​ໜູນ​ຊ່ວຍດ້ານ​ເຕັກ​ນິກບັນລຸ​ໄດ້​ປະສິດທິ​ຜົນ​ສູງສຸດຂອງ​ສານ​ປະຊາຊົນ​ສູງ​ສຸດ. ພ້ອມ​ທັງ​ ​ປາດ​ຖະໜາຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ, ການໜູນ​ຊ່ວຍ​ຈາກ​ບັນດາ​ຄູ່​ຮ່ວມ​ມືຈາກ ສ.​ເກົາຫຼີ ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ