(vovworld) - ຕອນທ່ຽງວັນທີ 12/9, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Changgi ຢູ່ນະຄອນຫຼວງສິງກະໂປ, ເລີ່ມຕົ້ນການຢ້ຽມຢາມສິງກະໂປ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ, ເລຂາທິການໃຫຍ່ພັກເຄື່ອນໄຫວເພື່ອປະຊາຊົນສິງກະໂປ ຫຼີຊຽນຫຼົງ. ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຄັ້ງນີ້ຂອງທ່ານເລຂາທິການໃຫຍ່ Nguyen Phu Trong ແມ່ນເຫດການໃຫຍ່ໃນການພົວພັນສອງປະເທດ, ຢືນຢັນນະໂຍບາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການເພີ່ມທະວີການພັວພັນລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນອາຊຽນ. ຕອນບ່າຍວັນດ່ຽວກັນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່ Nguyen Phu Trong ເປັນທາງການ ຖືກຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານປະທານາທິບໍດີ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ. ຫຼັງຈາກນັ້ນ, ການນຳສອງທ່ານໄດ້ດຳເນີນການເຈລະຈາ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຈຳນວນໜຶ່ງລະຫວ່າງສອງປະເທດ.