ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​​ບັນ​ດາ​ປະ​ເທດ​ໃນ​ໂລກ

(VOVWORLD) -ຢູ່ ອົດສະຕາລີ, ພາຍຫຼັງຖືກຢຸດສະງັກມາເປັນເວລາ 2 ກວ່າປີ ຍ້ອນໂລກລະບາດໂຄວິດ - 19, ປະຊາຊົນກໍໄດ້ຕ້ອນຮັບເຄົາດາວ ດ້ວຍການຍິງບັ້ງໄພດອກທີ່ສວຍງາມຢູ່ທ່າກ່ຳປັ່ນ Sydney.

ປະຊາຊົນນະຄອນ Rio De Janeiro, ປະເທດ ບຣາຊິນ ກໍກັບຄືນສູ່ການຕ້ອນຮັບປີໃໝ່ດ້ວຍວາດເຕັ້ນ Samba ທີ່ເປັນມູນເຊື້ອ ພ້ອມດ້ວຍການກິນເຫຼົ້າແວງ ແລະ ຮັບຊົມການຍິງບັ້ງໄຟດອກທີ່ຟົດຟື້ນມ່ວນຊຶ້ນຢູ່ແຄມທະເລ Copacabana.

ຢູ່ ຍີ່ປຸ່ນ, ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງແຮງ, ວົງການເຈົ້າໜ້າທີ່ ຍີ່ປຸ່ນ ໄດ້ຈຳກັດບາງຂໍ້ກຳນົດ ເພື່ອຫຼຸດຜ່ອນການເຄື່ອນໄຫວທີ່ເຕົ້ມໂຮມກັນຫຼາຍຄົນ.

ສ່ວນຢູ່ .ສ.ເກົາຫຼີ, ອຳນາດການປົກຄອງນະຄອນ ເຊີອູນ ຕົກລົງຈັດພິທີຕີລະຄັງ ແລະ ຕ້ອນຮັບບຸນປີໃໝ່ 2023 ດ້ວຍຂອບຂະໜາດໃຫຍ່ ໂດຍມີການເຂົ້າຮ່ວມຂອງປະຊາຊົນປະມານ 100.000 ຄົນ ໃນຄ່ຳຄືນຂອງວັນທີ 31 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ