ການເຄື່ອນໄຫວຕ່າງໆຂອງປະທານປະເທດເຈືອງເຕີນຊາງຢູ່ຈີນ

ການເຄື່ອນໄຫວຕ່າງໆຂອງປະທານປະເທດເຈືອງເຕີນຊາງຢູ່ຈີນ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊ​າງ ແລະ ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Benigno Aquino 3
(ພາບ: vov.vn)

(vovworld) – ​ ເນື່ອງ​ໃນ​ໂອ​ກາດ​ໄປ ປັກ​ກິ່ງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສ​ູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 22. ຕອນ​ເຊົ້າ​ວັນ​ທີ 10/11, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊ​າງ ມີ​ການ​ພົບ​ປ​ະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Papua New Guinea Peter O’neill. ທີ່​ການ​ພົບ​ປະ​, 2 ຝ່າຍ​ໄດ້​ແລກ​ປ່ຽນກ່ຽວ​ກັບບາງ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ, ໃນ​ນັ້ນ​ມີ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທ​ຸກ​ຂັ້ນ, ພົ​ວ​ພັນ​ແລ​ກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ, ເຈ​ລະ​ຈາ, ເຊັນ​ບັນ​ດາ​ຂໍ້​ຕົກ​ລົງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ພະ​ລັງ​ງານ, ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ຢັ້ງ​ຢື​ນ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນໃນ​ຂອ​ບ​ເຂດ APEC, ພິ​ເສດ​ແມ່ນ​ເມື່ອ ຫວຽດ​ນາມ ຈັດ​ຕັ້ງ​ປີ APEC 2017 ແລະ Papua New Guinea ຈັດ​ຕັ້ງ​ປີ APEC 2018.

        ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 9/11, ທ່ານ ເຈືອ​ງ​ເຕ​ີນ​ຊາງ ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Benigno Aquino 3. ທີ່​ການ​ພົ​ບ​ປະ, ການ​ນຳ 2 ທ່ານກໍ່​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ທິດ​ທາງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງ​ປະ​ເທດ, ເສດ​ຖະ​ກິດ, ການ​ຄ​້າ, ການ​ເງິນ, ​ການສຶກ​ສາ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ…, ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ​ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ 2 ຝ່າຍໃຫ້​ບັນ​ລຸ 3 ຕື້ USD ໃນ​ປີ 2016 ໂດຍ​ໄວ. ການ​ນຳ 2 ທ່ານ ເຫັນ​ດີ​ເປັນ​ເອ​ກະ​ສັນ​​ຈະສົມ​ທົບ​ກັນ​ຊຸກ​ຍູ້​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ປ້ອງ​ກັນຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ, ແກ​້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ ອັນ​ດັບ​ໜຶ່ງ​ຂອງ ອາ​ເມ​ລິ​ກາ ທີ່​ຕາງ​ໜ້າ​ໃຫ້​ສະ​ຫະ​ພັນ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ - APEC. ທ່ານ​ປະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​​ກຸ່​ມ​ບໍ​ລິ​ສັດ​ຂອງ ອ​າ​ເມ​ລິ​ກາ ຫຼາຍ​ແຫ່ງໄດ້​ກາຍ​ເປັນ​ບັນ​ດາ​ຄູ່​ຮ່ວມ​ມື​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ​ຍາວ​ນານ​ຢູ່ ຫວຽດ​ນາມ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

        ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ໄດ້​ລົງ​ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ​ພາ​ລະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ.

ແລ​ະ​ກໍ່​ໃນ​ວັນ​ດຽວ​ກັນ, ໃນ​ການ​ຕ້ອນ​ຮັບ​ທ່ານ​ນາງ ຫຼີ​ແສວຫຼີນ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ຈີນ, ທ່ານ​ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ນ້ຳ​ໃຈ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ຈີນ ໂດຍ ປະ​ທານ ໂຮ່​ຈີ​ມິນ ແລະ ປະ​ທານ ມ໋າວ​ເຈື້ອ​ຕູງ ພ້ອມ​ກັບ​ການ​ນຳ​ລຸ້ນ​ຕ່າງໆ​ຂອງ​ 2 ປະ​ເທດ ເພີ່ມ​ພູນ​ຄູນ​ສ້າງ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊ​າ​ຊົນ 2 ປະ​ເທດ. ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ບ້ານ​ໃກ​້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ພັກ, ລັດ ແລະ ປະ​ຊາ​ຊົນ ຈີນ, ນີ້ກໍ່​ແມ່ນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາວ​ນານ​ຂອງ ຫວຽດ​ນາມ. ເລື່ອງ​ປັບ​ປຸງ​ນ້ຳ​ໃຈ​ສາມ​ັກ​ຄີ​ມິດ​ຕະ​ພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ການ​ພົວ​ພັນ​ແລ​ກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ, ແມ່​ນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາການພົວ​ພັນ 2 ຝ່າຍ.

        ທ່ານ​ປະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກາ​ນ​ຕ່າງ​ປະ​ເທດ ປະ​ຊາ​ຊົນ ຈີນ ສຳ​ລັບ​ການ​ພົວ​ພັນ​ບ້ານ​ໃກ້​ເຮືອນ​ຄຽງຮ່ວມ​ມື, ມິດ​ຕະ​ພາບ ຫວຽດ​ນາມ - ຈີນ.

        ທ່ານ​ນາງ ຫຼີ​ແສວຫຼີນ ຂໍ​ຂອບອົບ​ຂອບ​ໃຈ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກໍ່​ຄື​ນ້ຳ​ໃຈ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່ສະ​ຫງວນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊ​າ​ຊົນ 2 ປະ​ເທດ. ທ່ານ​ນາງ ຫຼີ​ແສວຫຼີນ ​ໃຫ້​ຮູ້ວ່າ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ພົວ​ພັນ​ຕ່າງ​ປະ​ເທ​ດ ປະ​ຊາ​ຊົນ ຈີນ, ສະ​ມາ​ຄົມ​ມິດ​​ພົວ​ພັນ ຫວຽດ​ນາມ - ຈີນ ໃນ​ກາ​ນ​ຈັດ​ຕັ້ງ​ການ​​ເຄື່ອນ​ໄຫວ​ຕ່າງໆສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ກາ​ນ​ທູດ​ລະ​ຫວ່າງ 2 ປະ​ເທດ, ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ.




ຂ່າວ/ບົດ​ອື່ນ