ການເຄື່ອນໄຫວຕ່າງໆເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ

ການເຄື່ອນໄຫວຕ່າງໆເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ - ảnh 1
ການເຄື່ອນໄຫວຕ່າງໆເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ
(ພາບ​ປະ​ກອບ: eva)


(vovworld) –​ ຕອ​ນ​ເຊົ້າ​ວັ​ນ​ທີ 30/01, ມີ​ລົດຂົ​ນ​ສົ່ງ​ຜູ​້​ໂດຍ​ສານ​ເກືອ​ບ 60 ​ຄັນ ເລີ່ມ​ເດີນ​ທາງ​ຈາກ​ຫໍ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈິ​ມິນ, ສົ່ງ​ນັກ​ສຶກ​ສາ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ນັບພັນ​ຄົນ ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸນ​ເຕັດ ພ້ອມ​ກັບ​​ຄອບ​ຄົວ. ລາຍ​ການ ​ໄດ້​ອຸ​ປະ​ຖຳ 5.000 ​ປີ້​ລົດ ໃຫ້​ນັກ​ສຶກ​ສາ, ກຳ​ມະ​ກອນ, ຄົນ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຄົນ​ພິ​ການ​ຈ​າກ​ຮ່າ​ໂນ້ຍ, ດ່ານັ້ງ, ນະ​ຄອນ​ໂຮ່​ຈິ​ມິນ​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸ​ນ​ເຕັດ​ພ​້ອມ​ກັບ​​ຄອ​ບ​ຄົວ.

      ວັນ​ທີ 29/01, ສະ​ຫະ​ພັນ​ກຳ​ມະ​ບານ​ບາງ​ແຂວງ, ນະ​ຄອນ​ໄດ​້​ຈັດ​ລາຍ​ການ “ບຸນ​ເຕັດ​ເຕົ້າ​ໂຮມ​ພ້ອມ​ກັບ​ຄອ​ບ​ຄົວ 2016”, ​ໃຫ້​ກຳ​ມະ​ກອນ​ຄົນ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ສະ​ຫະ​ພັນ​ກຳ​ມະ​ບານ​ຂອງກວ່າ 30 ແຂວງ​ນະ​ຄອ​ນ ໄດ້​ຈັດ​ຕັ້ງ​ລາຍ​ການ​ດັ່ງ​ກ່າວ, ສ່ວນ​ບັນ​ດາ​ແຂວງ​ຍັງ​ເ​ຫຼືອຈະ​ສືບ​ຕໍ່​​ຈັດ​ຕັ້ງ​ຮອດ​ວັນ​ທີ 29/12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ.

ຂ່າວ/ບົດ​ອື່ນ