ການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ໂດຍປະຕິບັດການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14, ວັນທີ 23 ມິຖຸນາ
ການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 - ảnh 1  ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ 

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດແຂວງ ຮ່າຕີງ ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ອຽນລົກ, ເມືອງ ການລົກ ແລະ ນະຄອນ ຮ່າຕີງ, ແຈ້ງໝາກຜົນຂອງກອງປະຊຸມສະໄໝສາມັນ ແລະ ອະພິປາຍບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຮັບຮູ້ບັນດາຄຳເຫັນສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ ແລະ ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ, ຢືນຢັນວ່າ: ນີ້ແມ່ນບັນດາບັນຫາ ເຊິ່ງພັກ, ລັດພວມເອົາໃຈໃສ່ຊີ້ນຳທຸກຂັ້ນ, ຂະແໜງການປະຕິບັດ, ພິເສດແມ່ນບັນຫາຜະລິດກະສິກຳ. ທ່ານຮອງນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ບົດບາດສຳຄັນທີ່ສຸດ ເພື່ອພັດທະນາຂະແໜງກະສິກຳແມ່ນວິສາຫະກິດ; ເມື່ອບໍ່ມີວິສາຫະກິດໜູນຊ່ວຍ ຍາກທີ່ຈະສ້າງລະບົບຜະລິດໃນຂະແໜງກະສິກຳ. ປະຈຸບັນ, ລັດຖະບານ ພວມເດີນຕາມທິດດຶງດູດວິສາຫະກິດລົງທຶນເຂົ້າກະສິກຳ, ຊົນນະບົດຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ