ການເຄື່ອນໄຫວພົບປະແລກປ່ຽນຂອງຄະນະຜູ້ແທນທະຫານເຮືອອາເມລິກາຢູ່ນະຄອນດ່ານັ້ງດຳເນີນໄປຢ່າງຟົດຟື້ນ

(VOVWORLD) -ໃນຂອບເຂດບັນດາການເຄື່ອນໄຫວຂອງກ່ຳປັ່ນທະຫານເຮືອອາເມລິກາ ຢ້ຽມຢາມນະຄອນດ່ານັ້ງ, ຕອນເຊົ້າວັນທີ 06 ມີນາ, ບັນດາລູກເຮືອຂອງກ່ຳປັ່ນເດີນບິນຂອງທະຫານເຮືອ ອາເມລິກາ ທີ່ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ກິລາ ແລະ ບາງການເຄື່ອນໄຫວປະຊາຄົມ.

ການເຄື່ອນໄຫວພົບປະແລກປ່ຽນຂອງຄະນະຜູ້ແທນທະຫານເຮືອອາເມລິກາຢູ່ນະຄອນດ່ານັ້ງດຳເນີນໄປຢ່າງຟົດຟື້ນ - ảnh 1 ການເຄື່ອນໄຫວພົບປະແລກປ່ຽນຂອງຄະນະຜູ້ແທນທະຫານເຮືອອາເມລິກາ

ຢູ່ນະຄອນດ່ານັ້ງດຳເນີນໄປຢ່າງຟົດຟື້ນ

(ພາບ: baomoi.com)

ບັນດາລູກເຮືອກ່ຳປັ່ນເດີນບິນຂອງທະຫານເຮືອ ອາເມລິກາ ໄດ້ແຂ່ງຂັນບານເຕະໃນຮົ່ມ (fusal) ກັບພະແນກວັດທະນະທຳ, ກິລານະຄອນດ່ານັ້ງ; ການແລກປ່ຽນອາຫານການກິນ; ຢ້ຽມຢາມໝູ່ບ້ານເດັກນ້ອຍ SOS ດ່ານັ້ງ. ທ່ານ ເລີມກວາງມິງ, ຜູ້ອຳນວຍການພະແນກພົວພັນຕ່າງປະເທດນະຄອນດ່ານັ້ງ ໃຫ້ຮູ້ວ່າ, ການຢ້ຽມຢາມນະຄອນດ່ານັ້ງ ຂອງຄະນະຜູ້ແທນທະຫານເຮືອອາເມລິກາ ຄັ້ງນີ້ ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາສົມກັບຂອບເຂດການພົວພັນຮ່ວມມືຮອບດ້ານ, ປະກອບສ່ວນຢ່າງແທດຈິງເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຮ່ວມມື ແລະ ພັດທະນາໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ