ການເຄື່ອນໄຫວລະນຶກວັນສື່ມວນຊົນປະຕິວັດ ຫວຽດນາມ

ການເຄື່ອນໄຫວລະນຶກວັນສື່ມວນຊົນປະຕິວັດ ຫວຽດນາມ - ảnh 1
ທ່ານ Le Thanh Hai ເລຂາ​ຄະນະ​ພັກ ນະຄອນ ​ໂຮ່ຈິ​ມີນ

(vovword)- ​ເນື່ອງ​ໃນ​ໂອກາດ​ລະນຶກ 87 ປີ ​ແຫ່ງ​ວັນ​ສື່​ມວນ​ຊົນ ປະຕິວັດ​ຫວຽດນາມ (21/6/1925 - 21/6/2012), ຕອນ​ບ່າຍ​ວັນ​ທີ 19/6, ຄະນະ​ຜູ້​ແທນ​ຄະ​ນະ​ພັກ​ນະຄອນ ​ໂຮ່ຈິ​ມີນ ​ໂດຍ​ທ່ານ Le Thanh Hai ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ ນະຄອນ ​ໂຮ່ຈິ​ມີນ ນຳ​ຫນ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ​ໂທລະພາບ ຫວຽດນາມ. ນະ​ທີ່​ນີ້ ທ່ານ Le Thanh Hai ​ເນັ້ນ​ຫນັກ​ວ່າ: ການ​ປະສານ​ສົມທົບ​ລະຫວ່າງ​ຄະ​ນະ​ພັກ​ນະຄອນ ​ໂຮ່ຈິ​ມີນ ​ແລະ ວິທະຍຸ​ກະຈາຍສຽງ ຫວຽດນາມ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ພິ​ເສດ​ໃນ​ຂົງ​ເຂດ​ຖະ​ແຫລ​ງຂ່າວ​ກ່ຽວ​ກັບ​ການ​ຈໍລະ​ຈອນ. ທ່ານ Hai  ອວຍພອນ​ ​ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍມູນ​ເຊື້ອ, ຍາມ​ໃດ​ກໍ​ແມ່ນ​ອົງການ​ກະຈາຍສຽງ​ຕົ້ນຕໍ​ຂອງ​ທັງ​ປະ​ເທດ. ສ່ວນ​ທ່ານ Nguyen Dang Tien ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ ຢືນຢັນ: ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແມ່ນ​ອົງການ​ສື່​ມວນ​ຊົນ ຕິດ​ພັນ​ຢ່າງ​ໃກ້ຊິດ​ກັບ​ນະຄອນ ​ໂຮ່ຈິ​ມີນ ​ໃນ​ກິດ​ຈະ​ກຳ​ສ້າງສາ ​ແລະ ພັດທະນາ​ນະຄອນ.

​ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ບ່າຍ​ວັນ​ທີ 19/6, ​ອົງຄະ​ນະ​ພັກ ​ແລະ ສະຖານທູດ ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ, ພົບ​ປະ​ກັບ​ບັນດາ​ນັກ​ຂ່າວ, ຜູ້ຕາງຫນ້າ​ຂອງ​ອົງການວິທະຍຸ​ກະຈາຍສຽງ ຫວຽດນາມ, ​ໂທລະພາບ, ຂ່າວສານ ຫວຽດນາມ​ ປະຈຳ ມົດ​ສະ​ກູ ​ແລະ ຜູ້​ຕາງຫນ້າ​ບັນດາ​ຫນ້າ​ແວບ, ຫນັງສືພິມ​ຂອງ​ວົງ​ຄະນາ​ຍາດ ຫວຽດນາມ ພວມ​ຮຳ່ຮຽນ, ດຳ​ເນີນ​ທຸ​ລະ​ກິດ ຢູ່ ສະຫະພັນ​ລັດ​ເຊຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Pham Xuan Son ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລັດ​ເຊຍ ​ໄດ້​ຕີ​ລາຄາ​ສູງ​ການ​ເຄື່ອນ​​ໄຫວ​ຂອງ​ນັກ​ຂ່າວວິທະຍຸ​ກະຈາຍສຽງ​ຫວຽດນາມ,​​ໂທລະພາບ ​ແລະ ຂ່າວສານ ຫວຽດນາມ ປະຈຳ​ມົດ​ສະກູ.

ຂ່າວ/ບົດ​ອື່ນ