ທ່ານຝ້າມກວາງງິ ເລຂາຄະນະພັກນະຄອນຮ່າໂນ້ຍ ກ່າວຄຳເຫັນທີ່ການພົບປະສັງສັນ |
(vovwolrd)- ຕອນເຊົ້າວັນທີ 19/8, ຢູ່ຮ່າໂນ້ຍ, ຄະນະພັກນະຄອນຮ້າໂນ້ຍໄດ້ຈັດການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ. ຢູ່ທີ່ນີ້ , ທ່ານຝ້າມກວາງງິ ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ທົບທວນຄືນບັນດາບົດຮຽນອັນປະເສີດເລີດລ້ຳຈາກການປະຕິວັດເດືອນສິງຫາ, ທ່ານຝ້າມກວາງງິ ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ຢືນຢັນວ່າ ນີ້ແມ່ນໄຊຊະນະຂອງຄຸນນະທາດ, ສະຕິປັນຍາຂອງຊາດຫວຽດນາມໂດຍພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍທ່ານປະທານໂຮ່ຈິມິນນຳໜ້າ. ທ່ານຝ້າມກວາງງິ ເລຂາຄະນະພັກນະຄອນຮ່າໂນ້ຍ ເນັ້ນໜັກວ່າ :
“ ພວກເຮົາພ້ອມກັນທົບທວນຄືນບັນດາບົດຮຽນອັນປະເສີດເລີດລ້ຳຈາກການປະຕິວັດຫວຽດນາມ ແນໃສ່ເສີມຂະຫຍາຍບັນດາໝາກຜົນຂອງການລຸກຮື້ຂຶ້ນ, ນ້ຳໃຈການປະຕິວັດເດືອນສິງຫາອະມະຕະ. ດ້ວຍຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນຕໍ່ພັກ ແລະ ປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ຖັນແຖວພະນັງານສະມາຊິກພັກ, ຊາວນະຄອນຫຼວງຮ່າໂນ້ຍທຸກຊັ້ນຄົນ, ຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດຂັ້ນຕ່າງໆ ແລະ ບັນດາອົງການຈັດຕັ້ງມະຫາຊົນນະຄອນຮ່າໂນ້ຍ ຈົ່ງເຊີດຊູນ້ຳໃຈສາມັກຄີ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ແຮງກິດຈະການປ່ຽນແປງໃໝ່, ພາລະກິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ກໍ່ສ້າງນະຄອນຫຼວງຮ່າໂນ້ຍພັດທະນາແບບຍືນຍົງ”