ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຄົບ​ຮອບ 90 ປິ

(VOVWORLD) -ວັນທີ 24 ມີນາ, ຄະນະຊາວໜຸ່ມບັນດາແຂວງ, ນະຄອນ ໄດ້ຈັດຕັ້ງງານສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄົບຮອບ 90 ປີ (26/03/1931 – 26/03/2021), ຫວນຄືນມູນເຊື້ອອັນສະຫງ່າລາສີຂອງ 90 ປີ ແຫ່ງການກໍ່ສ້າງ, ເຕີບໃຫຍ່ ແລະ ອຸທິດສ່ວນແກ່ພາລະກິດປະຕິວັດຂອງຊາດ. 
ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຄົບ​ຮອບ 90 ປິ - ảnh 1ພິທີສະເຫຼີມສະຫຼອງຂອງຄະນະຊາວໜຸ່ມແຂວງ ຫ໋າຍຟ່ອງ (ພາບ: laodong.vn)

ໃນພິທີສະເຫຼີມສະຫຼອງຂອງຄະນະຊາວໜຸ່ມແຂວງ ຫ໋າຍຟ່ອງ, ທ່ານ ໂດ໋ແມ້ງຮ໊ຽນ ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໄດ້ຕີລາຄາສູງບັນດາຜົນງານ, ການປະກອບສ່ວນອັນໃຫຍ່ຫຼວງຂອງພະນັກງານ, ສະມາຊິກຄະນະຊາວໜຸ່ມລຸ້ນຕ່າງໆໃນໄລຍະ 90 ປີ ຜ່ານມາ. ພ້ອມກັນນັ້ນ, ທ່ານກໍສະເໜີວ່າ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມນະຄອນ ຈະຈັດຕັ້ງການເຄື່ອນໄຫວການເມືອງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກທຸກຂັ້ນ; ຈັດຕັ້ງລາຍການເຄື່ອນໄຫວປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນຊຸດທີ XVI ໃຫ້ມີປະສິດທິຜົນ.

        ຊົມເຊີຍບັນດາຄວາມມານະພະຍາຍາມຂອງພະນັກງານ, ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມແຂວງ ບິ່ງດິ້ງ, ໃນພິທີສະເຫຼີມສະຫຼອງທີ່ຖືກຈັດຂຶ້ນໃນວັນທີ 24 ມີນາ, ທ່ານ ໂຮ່ກວັກຢຸງ ເລຂາຄະນະພັກແຂວງ ສະເໜີວ່າ ຄະນະຊາວໜຸ່ມທຸກຂັ້ນ ແລະ ໄວໜຸ່ມພາຍໃນແຂວງ ຈົ່ງເສີມຂະຫຍາຍນ້ຳໃຈປະຈັນບານ, ອາສາສະໝັກໃຫ້ຫຼາຍກວ່າອີກ; ສືບຕໍ່ “ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ”; ຈັດຕັ້ງບັນດາການເຄື່ອນໄຫວ, ຂະບວນການແຂ່ງຂັນທີ່ແທດຈິງ ແລະ ສອດຄ່ອງກັບແຕ່ລະເກນອາຍຸ.


ຕອບກັບ

ຂ່າວ/ບົດ​ອື່ນ