(vovworld)- ຕອນບ່າຍວັນທີ 2/9, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໄປຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈິມີນ ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈິມີນ. ນະທີ່ນີ້ ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໂອ້ລົມກັບພະນັກງານ, ລັດຖະກອນເຂດປູຊະນີຍະສະຖານ. ທ່ານປະທານປະເທດປາດຖະຫນາວ່າ ບັນດາພະນັກງານ, ລັດຖະກອນເຂດປູຊະນີຍະສະຖານ ຈະສືບຕໍ່ປະຕິບັດຫນ້າທີ່ຮັກສາ, ເສີມຂະຫຍາຍຄຸນຄ່າຂອງບັນດາວັດຖຸພັນອັນລ້ຳຄ່າ ທີ່ເຄີຍຕິດພັນກັບຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມີນ.
ໃນວັນທີ 2/9 ຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ ໄດ້ດຳເນີນການເຄື່ອນໄຫວວັດທະນະທຳ, ສິລະປະອຸດົມສົມບູນຫລາຍຢ່າງເພື່ອຂ່ຳນັບຮັບຕ້ອນວັນບຸນໃຫຍ່ຂອງຊາດ. ພິເສດ ຢູ່ 3 ນະຄອນໃຫຍ່ຄື: ຮ່າໂນ້ຍ, ດາຫນັງ ແລະ ນະຄອນ ໂຮ່ຈິມີນ, ມະຫາຊົນໄດ້ຮັບຊົມການຍິງບັ້ງໄຟດອກທີ່ງາມຕາ ແລະ ບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ. ຕອນຄ່ຳວັນດຽວກັນ ຢູ່ ຮ່າໂນ້ຍ ໄດ້ດຳເນີນລາຍການສິລະປະພິເສດ ດ້ວຍຫົວຂໍ້ວ່າ: “ຫວຽດນາມ ຍຸກສະໄຫມໂຮ່ຈິມີນ” ເພື່ອແນະນຳໂດຍສັງເຂບໄລຍະປະຫວັດສາດແຫ່ງການຕໍ່ສູ້ປະຕິວັດທີ່ຫຍຸ້ງຍາກລຳບາກເພື່ອຍາດເອົາເອກະລາດແຫ່ງຊາດ; ສະແດງອາລົມຈິດ ແລະ ສິນທຳ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍທີ່ໄດ້ອຸທິດສ່ວນ, ເສຍສະຫລະໃຫ້ແກ່ພາລະກິດປະຕິວັດ.
ເນື່ອງໃນໂອກາດນີ້ ຢູ່ ແຂວງ ກວ໋າງຈີ້, ອານຢາງ, ຈາວີງ ແລະຫລາຍທ້ອງຖິ່ນ, ນະຄອນອື່ນໆໃນທົ່ວປະເທດກໍໄດ້ຈັດຕັ້ງການເຄື່ອນໄຫວຟົດຟື້ນຫລາຍຢ່າງເພື່ອສະເຫລີມສະຫລອງ 70 ປີແຫ່ງ ວັນຊາດຫວຽດນາມ.