ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ​ສະ​ເຫຼີມ​ສ​ະຫຼອງ 79 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ

(VOVWORLD) - ຄຳພິໄນກຳຂອງປະທານໂຮ່ຈີມິນ ໄດ້, ພວມ ແລະ ຈະແມ່ນເຂັ້ມຊີ້ທິດ, ແມ່ນພື້ນຖານພຶດຕິກຳຕົວຈິງ ເພື່ອໃຫ້ປະຊາຊົນ ແລະ ພັກກອມມູນິດ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງ ໃນພາລະກິດແຫ່ງການພັດທະນາ ແບບຍືນຍົງ
ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ​ສະ​ເຫຼີມ​ສ​ະຫຼອງ 79 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ - ảnh 1ທ່ານເອກອັກຄະລັດຖະທູດ ເລກວາງລອງ ແລະ ທ່ານ Fernando Gonzalez Llort, ປະທານ ICAP ນັກວິລະຊົນກຸຍບາ (ພາບ: TTXVN)

ວັນທີ 2 ກັນຍາ, ຢູ່ນະຄອນຫຼວງ La Habana, ສະຖາບັນ ກຸຍບາ ມິດຕະພາບກັບບັນດາຊົນຊາດ (ICAP) ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ກຸຍບາ ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ (2/9/1945 - 2/9/2024), 55 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ ແລະ ຫວນຄືນ 55 ປີແຫ່ງວັນເຖິງແກ່ມໍລະນະກຳຂອງເພິ່ນ (2/9/1969 - 2/9/2024).

ກ່າວຄຳເຫັນທີ່ເຫດການ, ທ່ານ Fernando Gonzalez Llort, ປະທານ ICAP ນັກວິລະຊົນກຸຍບາ  ໄດ້ຢັ້ງຢືນວ່າຄຳພິໄນກຳຂອງປະທານໂຮ່ຈີມິນ ໄດ້, ພວມ ແລະ ຈະແມ່ນເຂັ້ມຊີ້ທິດ, ແມ່ນພື້ນຖານພຶດຕິກຳຕົວຈິງ ເພື່ອໃຫ້ປະຊາຊົນ ແລະ ພັກກອມມູນິດ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງ ໃນພາລະກິດແຫ່ງການພັດທະນາ ແບບຍືນຍົງ ມຸ່ງໄປເຖິງເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ ແລະ ສີວິໄລ.

ແລະກໍ່ໃນຕ່ອນຄຳວັນທີ 1 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Dar es Salaam ສະຖານທູດ ຫວຽດນາມ ປະຈຳ Tanzania ໄດ້ຈັດພິທີ ສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ.

ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ, ຕອນຄ່ຳວັນທີ 2 ກັນຍາ ໄດ້ດຳເນີນງານປະກວດສະແດງສິລະປະ ວົງຄະນະຍາດ ສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ. ງານປະກາດໄດ້ດຶງດູດການເຂົ້າຮ່ວມກ່ວາ 40 ລາຍການໂດຍບັນດານັກສິລະປິນບໍ່ເປັນມືອາຊີບ ເຊິ່ງແມ່ນຜູ້ຄົນທີ່ມັກຮັກການຮ້ອງເພງ ໃນສະໂມສອນ Salut ສະແດງ. ຈຸດພິເສດແມ່ນ ໃນງານປະກວດນີ້ ບັນດາລາຍການໄດ້ຫວນຄືນປະຫວັດສາດ ແລະ ຄວາມໝາຍຂອງວັນທີ 2 ກັນຍາ.

ໃນໂອກາດນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ການາດາ ໄດ້ຈັດພິທີປັກທຸງຂຶ້ນເສົາ ຢູ່ສຳນັກງານໃຫຍ່ ຂອງນະຄອນທີ່ເຂົາເຈົ້າພວມດຳລົງຊີວິດ. ນີ້ແມ່ນຄັ້ງທຳອິດ ປະຊາຄົມຊາວຫວຽດນາມ ອາໄສຢູ່ Ottawa ໄດ້ເຫັນປະຈັກຕາ ທຸງຊາດຫວຽດນາມ ປິວສະບັດ ຢູ່ອົງການການບໍລິຫານລັດ ຂອງ ການາດາໃນວັນຊາດ ຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ