ການເຈລະຈາ ”ເພີ່ມທະວີການຮ່ວມມື ເພື່ອອະນຸລັກຮັກສາ ວັດທະນະທຳຂອງ ຫວຽດນາມ”

ການເຈລະຈາ ”ເພີ່ມທະວີການຮ່ວມມື ເພື່ອອະນຸລັກຮັກສາ ວັດທະນະທຳຂອງ ຫວຽດນາມ” - ảnh 1
( ພາບປະກອບ )

(vovworld) - ການ​ເຈລະຈາ ”​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງຂອງ​ຫວຽດນາມ” ຖືກ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ​ໃນ​ຕອນ​ບ່າຍ​ວັນ​ທີ 5/3. ບັນດາ​ຄວາມ​ເຫັນ​ທີ່​ການ​ສຳ​ມະ​ນາ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ຫຼາຍ​ຂະ​ແໜງ​ໃນ​ການອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​. ດັ່ງ​ນັ້ນ, ການ​ອຸປະຖຳ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃຫ້​ແກ່​ອົງການ​ວັດທະນະທຳ​ຍາມ​ໃດ​ກໍ່​ແມ່ນ​ບັນຫາ​ເປັນຕາ​ຍສຳ​ຫຼັບ​ການ​ພັດທະນາ​ວັດທະນະທຳ. ຮອງ​ສາດສະດາຈານ ຫງວຽນ​ວັນ​ຮູ​ຍ, ຜູ້ອຳ​ນວຍ​ການ​ສູນ​ມໍລະດົກ​ບັນດາ​ນັກວິທະຍາສາດ​ຫວຽດນາມ, ​ປະກອບ​ຄວາມ​ເຫັນ​ວ່າ:

        ”ຂ້າພະ​ເຈົ້າ​ຄິດ​ວ່າ ມີ 3 ຮູບ​ການ​ຮ່ວມ​ມື​ທີ່​ເປັນ​ພື້ນຖານ. ທີ່​ໜຶ່ງ​ແມ່ນ, ບັນດາ​ວິ​ສາ​ຫະກິດ​ສາມາດ​ສ້າງ​ຕັ້ງ​ກອງ​ທຶນ​ທີ່​ສະຫງວນ​ໃຫ້​ແກ່​ການ​ພັດທະນາ​ວັດທະນະທຳ - ສັງຄົມ. ທີ່​ສອງ​ແມ່ນ, ບັນດາ​ວິ​ສາ​ຫະກິດ​ສາມາດ​ມອບ​ໝາຍໃຫ້​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ ນຳ​ໃຊ້​ຈຳນວນ​ເງິນ​ຂອງ​ຕົນ​​ໃນ​ການພັດທະນາ​ວັດທະນະທຳ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ທີ​ສາມ​ແມ່ນ, ບັນດາ​ວິ​ສາ​ຫະກິດ​ສາມາດ​ອຸປະຖຳ​ໂດຍ​ກົງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວັດທະນະທຳ. ພວກ​ເຮົາກໍ່​ຄວນ​ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ສາກົນຄື, ​ເມື່ອວິ​ສາ​ຫະກິດ​ອຸປະຖຳ​ທາງດ້ານ​ວັດທະນະທຳ ​ເຂົາ​ເຈົ້າ​ຈະ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດ ກ່ຽວ​ກັບ​ເຄື່ອງໝາຍ, ຊື່​ສຽງ, ມີ​ບາງ​ປະ​ເທດ​ຍັງ​ຫຼຸດຜ່ອນ​ພາສີ​ໃຫ້​​ແກ່ບັນດາ​ວິ​ສາ​ຫະກິດ​​ອີກ”.

       

 

ຂ່າວ/ບົດ​ອື່ນ