ການເຈລະຈາTPPຖືກແກ່ຍາວກວ່າກຳນົດເວລາ

ການເຈລະຈາTPPຖືກແກ່ຍາວກວ່າກຳນົດເວລາ - ảnh 1
(ພາບປະກອບ)

(vovworld) – ຜູ້ຕາງ​ໜ້າ 12 ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​​ຟິກ (TPP) ຕົກລົງ​​ແກ່ຍາວ​​ເວລາດຳ​ເນີນ​ກອງ​ປະຊຸມ ທີ່​ພວມ​ຈັດ​ຂຶ້ນ​ຢູ່ Atlanta, ປະ​ເທດ​ອາ​ເມລິ​ກາ ຮອດ​ວັນທີ 03/10 (ຕາ​ເວລາອາ​ເມ​ລິ​ກາ), ຕື່ມ​ອີກ 2 ວັນ​ເມື່ອ​ທຽບ​ໃສ່​ການ​ຄາ​ດ​ຄະ​ເນ, ດ້ວຍ​ຄວາມ​ຕັດສິນ​ໃຈ​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ອາທິດນີ້​ເຊິ່ງຖືກ​ທີ່​ແກ່ຍາວ​ເປັນ​ເວລາ 5 ປີຜ່ານມາ. ​ແງ່​ຫວັງ​ສິ້ນ​ສຸດ​ສັນຍາ TPP ​ໃນປີ 2015 ພວມ​ສ້າງ​ຄວາ​ມສະຫວ່າງ​ສະ​ໄຫວ​ສຳ​ລັບ​ບັນດາ​ຄວາມ​ບໍ່​ລົງ​ລອຍກັນ​ລະຫວ່າງ​ຝ່າ​ຍຕ່າງໆ ກ່ຽວ​ກັບ​ບັນຫາສິ້ນ​ສ່ວນ​ເຄື່ອງອາ​ໄລ​ລົດ​ໂອ​ໂຕ, ນ້ຳນົມ ​ແລະ ກຳນົດ​ເວລາ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງປັນຍາສຳລັບ​ຢາຊີວະ​ພວມ​ຄ່ອຍໆຖືກ​ຮັດ​ແຄບ​. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ​ຍີ່ປຸ່ນ Akira Amari ​ໃຫ້​ຮູ້​ວ່າ, ການ​ເຈລະຈາ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຢູ່, ​ແຕ່​ທ່ານ​ກໍ​​ເຫ​ັນວ່າມີ​ບັນດາ​ຄວາມ​ຫວັງ ​ແລະ ທຸກ​ຝ່າຍ​ພວມ​ມຸ່ງ​ໄປ​​ເຖິງ​ຂໍ້​ຕົກລົງ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກາ​ນາ​ດາ Ed Fast​ ​ໃຫ​້ຮູ້​ວ່າ: ກາ​ນາ​ດາ, ​ເມັກ​ຊີ​ໂກ, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ​ບັນ​ລຸ​ໄດ້​ຂ້ໍ້ຕົກລົງ​​ໂດຍ​ພື້ນຖານ ກ່ຽວ​ກັບ​ອັດຕາ​ສິ້ນ​ສ່ວນເຄື່ອງ​ອາ​ໄລ​ລົດ​ໂອ​​ໂຕ ມີ​ຕົ້ນ​ກຳ​ເນີ​ດຈາກ​ບັນດາ​ປະ​ເທດນອກ​ກຸ່ມ TPP ​ເພື່ອ​ໃຫ້​ຜະລິດ​ຕະພັນ​ລົດ​ໂອ​ໂຕ​ອາ​ດຈະ​ໄດ້ຮັບ​ການຍົກ​ເວັ້ນພາ​ສີນຳ​ເຂົ້າ.

ຂ່າວ/ບົດ​ອື່ນ