ການເຈລະຈາກ່ຽວກັບຊີຣີບໍ່ບັນລຸໄດ້ບາດກ້າວບຸກທະລຸ

ການເຈລະຈາກ່ຽວກັບຊີຣີບໍ່ບັນລຸໄດ້ບາດກ້າວບຸກທະລຸ - ảnh 1
ການ​ເຈລະຈາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ​
ສາກົນ​ໜູນ​ຊ່ວຍ ຊີຣີ (ISSG) ຢູ່ Vienna
(ພາບ: EPA/TTXVN)

(vovworld) -     ການ​ເຈລະຈາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ​ສາກົນ​ໜູນ​ຊ່ວຍ ຊີຣີ (ISSG) ຢູ່ Vienna, ອົດ​ຕາ​ລິດ, ​ເພື່ອ​ແນໃສ່ຢຸດຕິ​ວິ​ກິດ​ການ ຊີຣີ ​ໄດ້​ສິ້ນ​ສຸດ​ລົງ ຊຶ່ງ​ບໍ່​ບັນລຸ​ໄດ້​ບາດກ້າວບຸກທະລຸ​ໃດໆ. ທ່ານ John Kerry ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​​ເທ​​ດ ອາ​ເມ​ລິ​ກາ ​ແລະ ທ່ານ Sergei Lavrov ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມກຸ່ມ​ປະຕິບັດ​ງານ​ກ່ຽວ​ກັບ​ບັນຫາ ຊີຣີ ​ໂດຍ 2 ທ່ານ​ເປັນ​ປະທານ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ຊຸກ​ຍູ້​ຄຳ​ສັ່ງ​ຢຸດ​ຍິງ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອາ​ເມລິ​ກາ ​ແລະ ລັດ​ເຊຍ ຍັງ​ມີ​ບັນດາຄວາມ​ບໍ່​ລົງ​ລອຍກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວິທີ​ການ​ແກ້​ໄຂ​ວິ​ກິດ​ການ, ​ໃນ​ຂະນະ​ນັ້ນ ສະຫະ​ປະຊາ​ຊາດ ບໍ່​ສາມາດ​ຍົກ​ອອກ​ວັນ​ເວລາ ​ເພື່ອ​ຈັດ​ຕັ້ງການ​ເຈລະຈາຄັ້ງ​ໃໝ່​ເທື່ອ

ຂ່າວ/ບົດ​ອື່ນ