ການເຈລະຈາຍຸດທະສາດຂັ້ນລັດຖະມົນຕີຊ່ວຍວ່າການລະຫວ່າງຫວຽດນາມ - ອົດສະຕາລີ

ການເຈລະຈາຍຸດທະສາດຂັ້ນລັດຖະມົນຕີຊ່ວຍວ່າການລະຫວ່າງຫວຽດນາມ - ອົດສະຕາລີ  - ảnh 1
(ການ​ເຈລະຈາ​ຍຸດ​ທະ​ສາດ​ຂັ້ນ​ລັດຖະມົນຕີ​ຊ່ວຍວ່າການ
ກະຊວງ​ການ​ຕ່າງປະ​ເທດ - ປ້ອງ​ກັນ​ປະ​ເທດ​ຄັ້ງ​ທີ 3)

(vovworld) - ວັນ​ທີ 20/11, ຫວຽດນາມ - ອົດ​ສະ​ຕາ​ລີ ຈັດ​ຕັ້ງການ​ເຈລະຈາ​ຍຸດ​ທະ​ສາດ​ຂັ້ນ​ລັດຖະມົນຕີ​ຊ່ວຍວ່າການກະຊວງ​ການ​ຕ່າງປະ​ເທດ - ປ້ອງ​ກັນ​ປະ​ເທດ​ຄັ້ງ​ທີ 3 ຢູ່ Canbera, ນະຄອນຫຼວງ​ອົດ​ສະ​ຕາ​ລີ. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ ລັດຖະມົນຕີ​ຊ່ວຍວ່າການກະຊວງ​ການ​ຕ່າງປະ​ເທດ ​ໂຮ່ຊວນ​ເຊີນ ​ແລະ ທ່ານລັດຖະມົນຕີ​ຊ່ວຍວ່າການກະຊວງ​ປ້ອງ​ກັນປະ​ເທດ ຫງວຽນ​ຈີ໋ວິ້ງ ​ເປັນ​ຫົວໜ້າ​ຄະນະ. ສ່ວນ​ຄະນະ​ຜູ້​ແທນອົດ​ສະ​ຕາ​ລີ ​ໂດຍ​ທ່ານລັດຖະມົນຕີ​ຊ່ວຍວ່າການ​ ກະຊວງການ​ຕ່າງປະ​ເທດ Gikkian Bied ​ແລະ ທ່ານລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Peter Baxter ​ເປັນ​ຫົວໜ້າ​ຄະນະ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ; ​ໃຫ້​ບຸລິ​ມາ​ສິດ​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນຄວາມ​ສະຫງົບ, ການ​ສຶກສາ​ບຳລຸງ​ສ້າງ, ການ​ໜູນ​ຊ່ວຍ​ພັດທະນາ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ການ​ພົບ​ປະແລກປ່ຽນປະຊາຊົນ. ສອງ​ຝ່າຍ​ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ​ໃນ​ການ​ຮັກສາ​ຄວາມ​ສາມັກຄີ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ, ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ. ສອງ​ຝ່າຍ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ ​ແລະ ປະຕິບັດ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ ສປຊກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ສອງ​ຝ່າຍ​ເຫັນ​ດີຈະ​ດຳ​ເນີນ​ກນ​ເຈລະຈາ​ຂັ້ນ ລັດຖະມົນຕີ​ຊ່ວຍວ່າການ​ ຊ່ວຍວ່າການກະຊວງ​ການ​ຕ່າງປະ​ເທດ - ປ້ອງ​ກັນ​ປະ​ເທດ​ຫວຽດນາມ - ອົດ​ສະ​ຕາ​ລີ ຄັ້ງ​ທີ 4 ​ໃນ​ເວລາ​ທີ່​ເໝາະ​ສົມ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ