ການເຈລະຈາດ້ານນິວເຄຼຍລະຫວ່າງອີຣານແລະກຸ່ມP5+1ອາດຈະບັນລຸຂໍ້ຕົກລົງ

ການເຈລະຈາດ້ານນິວເຄຼຍລະຫວ່າງອີຣານແລະກຸ່ມP5+1ອາດຈະບັນລຸຂໍ້ຕົກລົງ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ ແລະ ຄູ່​ຕຳ​ແໜ່ງ ອີ​ຣານ ຢູ່ ວຽນ​ນາ
(ພາບ: AFP/TTXVN)

(vovworld) - ວັນ​ທີ 28/6, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ສະ​ຫະ​ພາບ ເອີ​ລົບ (EU) ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ ທ່ານ​ນາງ Federica Moghenrini ໃຫ້​ຮູ້​ວ່​າ: ການ​ເຈ​ລະ​ຈາ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ: 5 ປະ​ເທດ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແມ່ນ ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ ອາດ​ສາ​ມາດ​ບັນ​ລຸ​ ​ຂໍ້​ຕົກ​ລົງໄດ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວເມື່ອ​ໄປ​ຍັງ​ນະ​ຄອນຫຼວງ ວຽນ​ນາ, ປະ​ເທດ ໂອຕ​ຣິດ ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ, ທ່ານ​ນາງ Federica Moghenrini ໃຫ້​ຮູ້​ວ່​າ: ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ​​​ອາດຈະ​ແກ່​ຍາວ​ກຳ​ນົດ​ເວ​ລາ​ສຸດ​ທ້າຍຂອງ​ການ​ເຈລະ​ຈາ​ແມ່ນ​ວັນ​ທີ 30/6 ​ຕື່ມ​ອີກ 2, 3 ວັນ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງທີ່​ມີ​ຄຸນ​ນະ​ພາບ. ທ່ານ​ນາງ Federica Moghenrini ຮັບ​ຮູ້​ວ່າ: ການ​ເຈ​ລະ​ຈາ​ພວມ​ດຳ​ເນີນ​ໄປ​ຢ່າງ​ເຄັ່ງ​ຕຶງ, ແຕ່​ບໍ່​ມີ​ຄວາມ​ໝາຍ​ວ່າ​ບັນ​ດາ​ຝ່າຍ​ຈະ​ບໍ່​ສາດ​ມາດ​ບັນ​ລຸ​ໄດ້​ຂໍ​້​ຕົກ​ລົງ​ສຸດ​ທ້າຍ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ທີ່ກໍ່​ຄວາມ​ໂຕ້ຖຽງ​ກັນ​ຂອງ ອີ​ຣານ.


ຂ່າວ/ບົດ​ອື່ນ