ການເຈລະຈາລັດຖະມົນຕີການຊວງປ້ອງກັນປະເທດຈີນ-ອາເມລິກາ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ສາງວານແສວນ ແລະຄູ່ຕຳແໜ່ງ ອາເມລິກາ Chuck Hagel
(ພາບ: AFP/TTXVN)
(vovworld) – ວັນທີ 8/4, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ສາງວານແສວນ ມີການເຈລະຈາກັບຄູ່ຕຳແໜ່ງ ອາເມລິກາ Chuck Hagel ທີ່ພວມຢູ່ຢ້ຽມຢາມ ປັກກິງ, ເພື່ອປຶກສາຫາລືກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທີ່ການປະຊຸມຂ່າວຮ່ວມພາຍຫຼັງການເຈລະຈາ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລະ ອາເມລິກາ ໄດ້ປະກາດວ່າ: 2 ຝ່າຍບັນລຸໄດ້ການຮັບຮູ້ລວມດ້ວຍ 7 ຂໍ້, ພ້ອມທັງຢືນຢັນວ່າໃນຂອບເຂດຍຸດທະສາດກ່ຽວກັບການກໍ່ສ້າງການພົວພັນປະເທດໃຫຍ່ແບບໃໝ່ ຈີນ - ອາເມລິກາ, ການຢ້ຽມຢາມ ຈີນ ຄັ້ງນີ້ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກ່ຽວກັບການພົວພັນລະຫວ່າງ 2 ຝ່າຍ ແລະ ຊຸກຍູ້ກໍ່ສ້າງການພົວພັນດ້ານການທະຫານແບບໃໝ່. ທ່ານ Hagel ກໍ່ໃຫ້ຮູ້ວ່າ: 2 ຝ່າຍເອົາໃຈໃສ່ເຖິງບັນດາເຫດການຍິງລູກສອນໄຟຂອງ ສປປ ເກົາຫຼີ ທີ່ຜ່ານມາ, ກໍ່ຄືຖະແຫຼງການຂອງ ພຽງຢາງ ທີ່ນາບຂູ່ທົດລອງ ນິວເຄຼຍ, 2 ຝ່າຍກໍ່ໄດ້ເຫັນດີເປັນເອກະສັນຕໍ່ທັດສະນະປອດນິວເຄຼຍໃນແຫຼມ ເກົາຫຼີ.