ການເຈລະຈາລະຫວ່າງ ອີຣານ ແລະ IAEA ຖືກປະລາໄຊ

ການເຈລະຈາລະຫວ່າງ ອີຣານ ແລະ IAEA ຖືກປະລາໄຊ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 8/6, ອົງການ​ພະລັງງານ​ປະລະມານູ ( IAEA ) ​ແລະ ອີຣານ ​ໄດ້ປະລາ​ໄຊ​​ໃນ​ການ​ບັນລຸ​ຂໍ້​ຕົກລົງ​ເຊິ່ງ​ເຮັດ​​ໃຫ້ໂຄງການ​ນິວ​ເຄຼີຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ອີຣານ ​ໃຫ້​ກະຈ່າງ​ແຈ້ງ. ໝາກຜົນ​ຂອງ​ກອງ​ປະຊຸມ​ອາດ​ໄດ້​ຖື​ວ່າ​ແມ່ນ “ ບາດ​ກ້ວາ​ຖ້ອຍ​ຫຼັງ ” ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ລະຫວ່າງ​ອີ​ຮານ ​ແລະ IAEA. ກອງ​ປະຊຸມ​ນີ້​ກໍ່​ສົ່ງ​ຜົນ​ສະທ້ອນເຖິງ​ຜົນສຳ​ເລັດ​ຂອງການ​ເຈລະຈາລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 ​ເຊິ່ງ​​ຖືກ​ດຳ​ເນີນ​ໄປ​ຢູ່​ລັດ​ເຊຍ, ​ໃນລະຫວ່າງ​ວັນ​ທີ 18 – 19/6 ທີ່​ຈະ​ມາ​ເຖິງ. ຜູ້ນຳ​ໜ້າ​ກຸ່ມ​ນັກ​ສັງ​ເກດ​ການ​ຂອງ​ອົງການ IAEA ທ່ານ Herman Nackaerts, ​ໃຫ້​ຮູ້​ວ່າ ບໍ່​ມີ​ບາດກ້າວ​ໃດໆ​ໃນ​ການ​ເຈລະຈາ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8/6 ກັບ​ອີຣານ ​ແລະ ສອງ​ຝ່າຍ​ຍັງ​ບໍ່​ທັນ​ກຳນົດ​​ວັນເວລາ​ດຳ​ເນີນການ​ເຈລະຈາ​ຄັ້ງ​ໃໝ່. ກ່າວ​ຄຳ​ເຫັນ​ພາຍຫຼັງ​ກອງ​ປະຊຸມ, ທ່ານ​ Asghar Sotanieh ເອກອັກຄະ​ລັດຖະທູດ​ປະຈຳ IAEA, ​ໄດ້​ຢືນຢັນ​ວ່າ ອີຣານຈະ​ພິສູດ​ໃຫ້​ເຫັນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ນິວ​ເຄຼຍຂອງ​ຕົນ ​ເພື່ອ​ແນ​ໃສ່​​ເປົ້າ​ໝາຍ​ສັນຕິພາບ. ​​ແຕ່​ອີຣານ ຕ້ອງມີ​ເວລາ, ຄວາມ​ອົດທົນ ​ແລະ ນັບ​ທັງ​ບັນດາ​ເງື່ອນ​ໄຂ​ສະດວກ.

ຂ່າວ/ບົດ​ອື່ນ