ທ່ານປະທານາທິບໍດີ Hassan Rouhani
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)
|
(vovworld) – ວັນທີ 27/2, ຜົນຂອງການເລືອກຕັ້ງທົ່ວປະເທດໃນເບື້ອງຕົ້ນຢູ່ ອີຣານ ສະແດງໃຫ້ເຫັນວ່າ: ຝ່າຍປະຕິຮູບຢູ່ປະເທດນີ້ຍາດໄດ້ 29/30 ທີ່ນັ່ງໃຫ້ແກ່ນະຄອນຫຼວງ ເຕເຮຣານ. ໃນຂະນະນັ້ນ, ຝ່າຍນິຍົມຮັກສາເດີມຍາດໄດ້ພຽງໜຶ່ງທ່ີນັ່ງເທົ່ານັ້ນ. ແລະກໍໃນວັນດຽວກັນ, ທ່ານປະທານາທິບໍດີ Hassan Rouhani ຖະແຫຼງວ່າ: ການເລືອກຕັ້ງທົ່ວປະເທດຜ່ານມາຢູ່ ອີຣານ ໄດ້ຊ່ວຍໃຫ້ລັດຖະບານຍົກສູງອິດທິພົນຊື່ສຽງ ແລະ ເພີ່ມທະວີຜົນສະທ້ອນ, ພາຍຫຼັງບັນດາສຳພັນທະມິດຂອງທ່ານ ຂຶ້ນກັບຝ່າຍປະຕິຮູບພວມໄດ້ຮັບບັນດາຜົນງານສະດວກໃນການເລືອກຕັ້ງສະພາແຫ່ງຊາດ ແລະ ສະພານັກຊ່ຽວຊານ. ທ່ານ Rouhani ກໍ່ເນັ້ນໜັກວ່າ: ລັດຖະບານຈະຮ່ວມມືກັບສະມາຊິກສະພາແຫ່ງຊາດບໍ່ວ່າຜູ້ໃດເພື່ອສ້າງອະນາຄົດຂອງ ອີຣານ.