ການແຫ່ຂະບວນປະທ້ວງຄັດຄ້ານນະໂຍບາຍຮັດເຂັມຄັດຢູ່ ອິຕາລີ ແລະ ແອດສະປາຍ

ການແຫ່ຂະບວນປະທ້ວງຄັດຄ້ານນະໂຍບາຍຮັດເຂັມຄັດຢູ່ ອິຕາລີ ແລະ ແອດສະປາຍ - ảnh 1
ພາບ​ປະກອບ​: internet


(vovworld) - ວັນ​ທີ 27/10, ຊາວ ອີ​ຕາ​ລີ​ ນັບ​ແສນ​ຄົນ​​ໄດ້​ເຕົ້າ​ໂຮມ​ຢູ່​ນະຄອນຫລວງ Rome ປະ​ເທດ ອີ​ຕາ​ລີ ​ເພື່ອ​ແຫ່​ຂະ​ບວນປະ​ທ້ວງ​ ຄັດຄ້ານ​ນະ​ໂຍບາຍ​ຮັດ​ເຂັມ​ຄັດ ​ໂດຍ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ Mario Monti ປະຕິບັດ. ການ​ແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ​​ໂດຍ​ແມ່​ນບັນດາ​ກຸ່ມບໍລິສັດ, ສະຫະ​ສະມາຄົມ​ນັກ​ສຶກສາ, ບັນດາອົງການ​ຈັດ​ຕັ້ງການ​ເມືອງ ​ເພື່ອ​ຄັດຄ້ານ​​ເລື່ອງ​ເພີ່ມ​ອາກອນ ​ແລະ ຫລຸດຜ່ອນ​ການ​ອຸດ​ຫນູນ, ຮຽກຮ້ອງ​ສ້າງ​ວຽກ​ເຮັດ​ງານ​ທຳຕື່ມ​ອີກ, ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ສາທາລະນະ​ສຸກ​ກໍ​ຄື​ຈຳກັດ​ສິດ​ພິ​ເສດສະ​ເພາະ​ຂອງ​ວົງ​ການ​ການ​ເມ​ືອງ.

​ໃນ​ວັນ​ດຽວ​ກັນ, ຢູ່ ​ແອດ​ສະ​ປາຍ, ມີ​ປະຊາຊົນ 3000 ຄົນ​ກໍ​ລົງ​ຖະຫນົນ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫລວງ Maldrit ​ເພື່ອ​ຄັດຄ້ານ​ການ​ຮັດ​ກຸ່ມງົບປະມານປີ 2013 ​ໂດຍ​​ແມ່ນ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ຮັບຮອງ​ເອົາ​​ເມື່ອ​ວັນ​ທີ 24/10.

 

ຂ່າວ/ບົດ​ອື່ນ