ການໂອ້ລົມສົນທະນາກ່ຽວກັບໜີ້ເສຍແລະການສ້າງໂຄງປະກອບລະບົບທະນາຄານຄືນໃໝ່

ການໂອ້ລົມສົນທະນາກ່ຽວກັບໜີ້ເສຍແລະການສ້າງໂຄງປະກອບລະບົບທະນາຄານຄືນໃໝ່ - ảnh 1
(ພາບປະກອບຈາກ TTXVN).

(vovworld) –  ຕອນ​ບ່າຍ​ວັນ​ທີ 9/9, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິ​ບັນຍັດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ລະບົບ​ທະນາຄານ​ຄືນ​ໃໝ່ ​ແລະ ​ແກ້​ໄຂ​ໜີ້​ເສຍ. ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ນັກ​ຊ່ຽວຊາ​ນ​ເສດ​ຖະກິດ​ໄດ້​ໄຈ້​ແຍກ​ສາຍ​ເຫດ, ຊອກ​ຫາ​ມາດ​ຕະການ​ຍູ້​ແຮງ​ວິວັດ​ທະນາການ​ແກ້​ໄຂ​ໜີ​ເສຍ ​ແລະ ຈຳກັດ​ໜີ້​ເສຍ​ເກີດ​ໃໝ່​ພ້ອມ​ທັງ​ສະ​ເໜີ​ບັນດາ​ມາດ​ຕະການ​ຟື້ນ​ຟູ​ຄວາມ​ສາມາດ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ, ນອກ​ນັ້ນ​ບັນດາ​ຜູ້​ແທນ​ກໍ່​ສະ​ເໜີ​ບາງ​ມາດ​ຕະການ​ກ່ຽວກັບ​ການ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ບໍລິສັດ​ຄຸ້ມ​ຄອງ​ຊັບ​ສົນ​ບັດ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ ຫວຽດນາມ, ​ແກ້​ໄຂ​ຂໍ້ຄົງ​ຂ້າງ​ໃນ​ການ​ແກ້​ໄຂ​ຊັບ​ສົມບັດຮັບປະກັນ​ເພື່ອ​​ໃຫ້​ສະພາ​ແຫ່ງ​ຊາດ, ລັດຖະບານ​ປະກາດ​ໃຊ້​ບາງ​ກົນ​ໄກ​ພິ​ເສດ​ຍູ້​ແຮງ​ວິວັດທະນາ​ການ​ສ້າງ​ໂຄງ​ປະກອບ​ລະ​ບົບທະນາຄານ​ຄືນ​ໃໝ່.

 


ຂ່າວ/ບົດ​ອື່ນ