ການໂອ້ລົມສົນທະນາເພື່ອສະພາບແວດລ້ອມແຫ່ງການທ່ອງທ່ຽວຫວຽດນາມປອດໄພ,ໃກ້ຊິດສະໜິດສະໜົມ

ການໂອ້ລົມສົນທະນາເພື່ອສະພາບແວດລ້ອມແຫ່ງການທ່ອງທ່ຽວຫວຽດນາມປອດໄພ,ໃກ້ຊິດສະໜິດສະໜົມ - ảnh 1
ການ​ໂອ້​ລົມ​ສົນທະນາ​​ດ້ວຍ​ຫົວ​ຂໍ້​ວ່າ: “​ເພື່ອ​ສະພາບ​ແວດ​ລ້ອມ​ແຫ່ງ​
ການທ່ອງທ່ຽວ​ຫວຽດນາມ ປອດ​ໄພ ​ແລະ ​ໃກ້ຊິດ​ສະໜິດສະໜົມ”
(ພາບ:VGP/Quang Hiếu)

(vovworld) -​ ຕອນ​ເຊົ້າ​ວັນ​ທີ 15/7,​ ຖານ​ຂໍ້​ມູນ​ເອກ​ເລັກ​ໂຕ​ນິກລັດຖະບານ​ໄດ້ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ດ້ວຍ​ຫົວ​ຂໍ້​ວ່າ: “​ເພື່ອ​ສະພາບ​ແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ​ຫວຽດນາມ ປອດ​ໄພ ​ແລະ ​ໃກ້ຊິດ​ສະໜິດສະໜົມ”. ທ່ານ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ) ຫງວຽນ​ວັນ​ຕ໋ວນ ​ແລະ ການ​ນຳ​ບາງທ້ອງ​ຖິ່ນ, ວິ​ສາ​ຫະກິດ​ທ່ອງ​ທ່ຽວຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ​ການຕອບ​ຄຳ​ຖາມ​ທີ່​ການ​ໂອ້​ລົມ​ສົນທະນາ, ​ໄຈ້​ແຍກ​ບັນດາບັນຫາ, ຄວາມຫຍຸ້ງຍາກ ​ເຊິ່ງບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ຕ້ອງ​ປະ​ເຊີນ​ໜ້າ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ທ່ອງ​ທ່ຽວ​ຫວຽດນາມ.

  ​ເມື່ອ​ຕີ​ລາຄາ​ການ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ສະພາບ​ແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ, ທ່ານ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວຫວຽດນາມ ຫງວຽນ​ວັນ​ຕ໋ວນ ຢືນຢັນ​ວ່າ: ພາຍຫຼັງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ເວລາ​ໜຶ່ງ​ປີ, ອຳນາດ​ການ​ປົກຄອງ​ບັນດາ​ທ້ອງ​ຖິ່ນ​ໄດ້ຮັບ​ຮູ້​ ​ແລະ ຊີ້​ນຳ​ນຳພາ​ປະຕິບັດ​ຄຳ​ສັ່ງ​ຊີ້​ນຳ​ເປັນ​ຢ່າງ​ດີ; ສ້າງ​ຕັ້ງໂທລະສັບ​ສາຍດ່ວນຢູ່​ບາງ​ທ້ອງ​ຖິ່ນ​ທີ່​ສຳຄັນ. ທ່ານ ຫງວຽນ​ວັນ​ຕ໋ວນ ສະ​ເໜີ​ບັນດາ​ທ້ອງ​ຖິ່ນ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ສື່ສານ​ໃຫ້​ປະຊາ​ຄົມ​ເປັນ​ຢ່າງ​ດີ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ພັດທະນາ​ທ່ອງ​ທ່ຽວ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ