ການໃຊ້ຄວາມຮຸນແຮງຢູ່ອີຮັກ

ການໃຊ້ຄວາມຮຸນແຮງຢູ່ອີຮັກ - ảnh 1

(ພາບ:tinmoi.vn)

(vovworld)-  ວັນ​ທີ 16/6, ​ໄດ້​ເກີດການ​ໃຊ້​ຄວາມ​ຮຸນ​ແຮງ​ອັນ​ນອງ​ເລືອດ​ຢູ່​ອີຣັກ ດ້ວຍ​ການວາງ​ລະ​ເບີດ​ຄັ້ງຕ່າງໆ ຊື່​ງ​ເຮັດ​ໃຫ້ 120 ຄົນ​ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈັບ. ມີ​​ຜູ້ເສຍ​ຊີວິດ ຢ່າງ​ໜ້ອຍ​ສຸດ 20 ຄົນ ​ແລະ 111 ຄົນ​ຖື​ກບາດ​ເຈັບ ​ໃນ​ການວາງ​ລະ​ເບີດ​ຄັ້ງຕ່າງໆ​ເກີດ​ຂຶ້ນ​ຢູ່ 5 ນະຄອນ​ທາງ​ທິດ​ໃຕ້​ນະຄອນຫລວງ​ແບກ​ແດດ ຊື່​ງ​ແມ່ນ​ເຂດ​ມີ​ຊາວ​ມຸດ​ຊະ​ລິ​ມນິກາຍ​ຊີ​ອະ​ດຳລົງ​ຊີວິດ​ເປັນ​ສ່ວນ​ຫລາຍ. ບໍ່​ທັນ​ມີ​ອົງການ​ຈັດຕັ້ງ​ໃດໆ​ກ່າວຮັບຜິດ​ຊອບຕໍ່​ບັນດາ​ເຫດການ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດດັ່ງກ່າວ​ເທື່ອ ​ແຕ່​ອາດ​ຈະ​ແມ່ນ​ບັນດາ​ກຸ່ມ​ທະຫານ​ກະບົດ​ມີ​ການ​ພົວພັນ​ກັບ​ເຄືອ​ຂ່າຍ​ອານ​ເກ​ດາ ​ແມ່ນ​ຜູ້ດຳ​ເນີນ. ບັນດາ​ກຸ່ມ​ນີ້​ເຄີຍ​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ແນ່​ໃສ່ຊາວ​ມຸດ​ຊະ​ລິ​ມນິກາຍ​ຊີ​ອະ ຢູ່​ອີຣັກ. ​ເດືອນ 5/2013 ຜ່ານ​ມາ​ແມ່ນ​ເດືອ​ນທີ່​ມີຜູ້ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈັບຫລາຍ​ກ່ວາ​ໝູ່​ນັບ​ແຕ່​ປີ 2008 ​ເປັນ​ຕົ້ນມາດ້ວຍ​ກ່ວາ 500 ຄົນ​ເສຍ​ຊີວິດ ​ອັນ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ໄພ​ເກີດ​ການ​ຕໍ່ສູ້​ດ້ານ​​ເຜົ່າ​ພັນ ​ແລະ ພັກ​ຝ່າຍ​ຕ່າງໆ​ຄືນ​ໃໝ່ ທີ່​ເຄີຍ​ເກີດ​ຂຶ້ນ​ໃນ​ຊຸມ​ປີ 2006-2007.

ຂ່າວ/ບົດ​ອື່ນ