ກາລະໂອກາດ ແລະ ສິ່ງທ້າທາຍພັດທະນາ ອຸດສາຫະກຳສຳຮອງ ຢູ່ ຫວຽດນາມ

  ກາລະໂອກາດ ແລະ ສິ່ງທ້າທາຍພັດທະນາ     ອຸດສາຫະກຳສຳຮອງ ຢູ່ ຫວຽດນາມ - ảnh 1
ພາບປະກອບ:internet


(vovworld) -  ​ເວທີ​ປາ​ໄສ “ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ພັດທະນາ​ອຸດສາຫະກຳ​ສຳຮອງ ຫວຽດນາມ ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ” ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 23/5 ຢູ່ ຮ່າ​ໂນ້ຍ. ​ໃນ​ຊຸມ​ປີຜ່ານມາ, ອຸດສາຫະກຳ​ສຳຮອງ​ມີ​ບົດບາດ​ໃຫຍ່​ຫລວງ, ຊຸກຍູ້​ຂະ​ແຫນງ​ອຸດສາຫະກຳ ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ, ມີ​ລັກສະນະ​ແກ້ງ​ແຍ້​ງ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ເລ່ືອງ​ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ສຳຮອງ ຢູ່ ຫວຽດນາມ ​ເມື່ອ​ທຽບ​ໃສ່​ພາກ​ພື້ນ ​ແລະ ​ໂລກ​​ແມ່ນບໍ່​ທັນ​ສົມ​ຄູ່​ເທື່ອ. ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສາຍ​ເຫດ​ກໍ​ການກີດຂວາງ​ຕໍ່ການ​ລົງທຶນ​ຂອງຕ່າງປະ​ເທດ ຢູ່ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ທ່ານ​ນາງ Dao Thu Vinh, ຮອງ​ຫົວຫນ້າ​ພະ​ແນ​ກອຸດສາຫະກຳ​ການ​ຄ້າ ຮ່າ​ໂນ້ຍ ຖື​ວ່າ:

        “ປະຈຸ​ບັນ ບັນ​ດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ຢູ່ ຮ່າ​ໂນ້ຍ ຍາກ​ທີ່​ຈະຊອກ​​ໄດ້​ວິ​ສາ​ຫະກິດ​ອຸດສາຫະກຳ​ສຳຮອງ​ພາຍ​ໃນ​ປະ​ເທດ. ຖ້າ​ຫາກ​ບໍ່​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ, ຂະ​ແຫນງ​ນີ້​ອາດ​ຈະ​ຖືກ​ບັນດາ​ວິສາຫະກິດທີ່ມາຈາກຫລາຍປະເທດໃນພາກພື້ນ​ຢືດຄອງ​.”

        ​ເພື່ອ​ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ສຳຮອງ​ໃນ​ໄລຍະ​ຈະ​ມາ​ເຖິງ, ຜູ້​ແທນ​ຫລາຍ​ທ່ານ​ຖື​ວ່າ: ຄວນ​ສ້າງ​ຕັ້ງ​ບັນດາ​ເຂດ, ກຸ່ມ​ອຸດສາຫະກຳ​ຮ່ວມ​ສຳພັນ​ກັບ​ລະຫວ່າງຂະ​ແຫນງ. ບັນດາ​ນັກ​ລົງທຶນ​ພາຍ​ໃນ​ປະ​ເທດ ຕ້ອງ​ຊອກ​ຫາ​ທ່າ​ອ່ຽງອຸດສາຫະກຳ​ໃຫມ່​ຈຶ່ງ​ສາມາ​ດທັດ​ທຽ​ມກັບລະດັບ​ຄວາມ​ໄວ​ຂອງ​ຍຸກ​ສະ​ໄຫມ​ໄດ້.

 

ຂ່າວ/ບົດ​ອື່ນ