ກາລະໂອກາດ,ສິ່ງທ້າທາຍສຳລັບກຸ່ມບໍລິສັດ,ລັດວິສາຫະກິດຕໍ່ຫນ້າສະພາບເຊື່ອມໂຍງເຂົ້າກັບສາກົນ

ກາລະໂອກາດ,ສິ່ງທ້າທາຍສຳລັບກຸ່ມບໍລິສັດ,ລັດວິສາຫະກິດຕໍ່ຫນ້າສະພາບເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ
​ແນວ​ໂຮມ​ປະ​ເທດ​ຊາດ
ພາບ:baomoi.com

(vovworld)-​ຕອນ​ເຊົ້າ​ວັນ​ທີ 18/10 ຢູ່ ຮ່າ​ໂນ້ຍ, ອົງ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ “ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່, ທະ​ນາ​ຄານ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢືນ​ຢັນ: ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ, ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ, ​ສະ​ນັ້ນ ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ ຄວນ​ນຳ​ນ​ຫ້າ ແລະ ເປັນ​ເຈົ້າ​ການ​ໃນ​ການກໍ່​ສ້າງ, ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ, ມີ​ບັນ​ດາ​ມາດ​ຕະ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.  ຕາມ​ທ່ານ ຫງວຽນ​ທ້ຽນ​ເຍີນ​ແລ້ວ, ໃນ​ສະ​ພາບ​ການ​ປ​ະ​ຈຸ​ບັນ ຄວນ​ສືບ​ຕໍ່​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ບັນ​ດາ​ກະ​ຊວງ​ຂະ​ແຫນງ​ການ, ຜູ້​ມີ​ຄວາມ​ຮັບ​ຜິດ​ຊອບ ເພື່ອ​ເຮັດ​ແຈ້ງ​ບັນ​ດາ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ ເມື່ອ​ເຂົ້າ​ຮ່ວມ​ສັນ​ຍາ TPP ຈາກນັ້ນ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ