ກາລະໂອກາດແລະການທ້າທາຍຕໍ່ການພັດທະນາອຸດສາຫະກຳຫວຽດນາມ

ກາລະໂອກາດແລະການທ້າທາຍຕໍ່ການພັດທະນາອຸດສາຫະກຳຫວຽດນາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ກ່າວ​ຄຳ​ເຫັນ​ທີ່ກອງ​
ປະ​ຊຸມ​ສຳ​ມະ​ນາ
(ພາບ: VGP/Huy Thắng)


(vovworld) - ກອງ​ປະຊຸມ​ສຳ​ມະ​ນາ “ນະ​ໂຍບາຍ​ພັດທະນາ​ອຸດສາຫະກຳ​ຫວຽດນາມ​ເຖິງ​ປີ 2015 ສະພາບ​ຕົວ​ຈິງ ​ແລະ ​ທິດທາງ“ ​ໂດຍ​ຄະນະ​ເສດຖະກິດ​ສູນ​ກາງ​ສົມທົບ​ກັບ​ກະຊວງ​ອຸດສາຫະກຳ ການ​ຄ້າ, ທະນາຄານ​ໂລກ​ຢູ່​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/6. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​​ສຳ​ມະ​ນາກອນ ພາຍ​ໃນ ​ແລະ ສາກົນ​ໄດ້​ເຮັດ​ແຈ້ງ, ຫັນ​ເປັນ​ລະບົບ​ທິດ​ສະ​ດີ​ກ່ຽວ​ກັບ​ນະ​ໂຍບາຍ​ອຸດສາຫະກຳ, ນະ​ໂຍບາຍ​ພັດທະນາ​ອຸດສາຫະກຳ, ບົດຮຽນ​ຂອງ​ສາກົນ ​ແລະ ບົດຮຽນ​ໃຫ້​ແກ່​ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ຊີ້​ແຈ້ງວ່າ, ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ 10 ສະບັບ, ປີ 2015 ຈະ​​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຕື່ມ​ອີກ 8 ສະບັບ, ​ໃນ​ນັ້ນ​ອາດ​ຈະ​ມີ​ສັນຍາ​ຄູ່ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ນັບ​ແຕ່​ນີ້​ເຖິງ​ປີ 2020 ຈະ​ມີ 20 ກວ່າ​ສັນຍາ​ການ​ຄ້າ​ເສລີ​ໄດ້​ຮັບ​ການ​ລົງ​ນາມ. ຍ້ອນ​ເຫດ​ນັ້ນ​ຕ້ອງ​ກຳ​ໄດ້​ບັນດາ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ ​ເພື່ອ​ມີ​ລັດຖະນະ​ໂຍບາຍ​ຢ່າງ​ເໝາະ​ສົມ, ​ແນ​ໃສ່​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ອຸດສາຫະກຳ​ຫວຽດນາມ​ເຖິງ​ປີ 2025, ວິ​ໄສ​ທັດ​ເຖິງ​ປີ 2035 ຢ່າງ​ມີ​ໄຊ:

        “​ເລື່ອງ​ຫວຽດນາມ​ພວມ​ພັດທະນາ​ອຸດສາຫະກຳ​ໄວ​ຄື​ແນວ​ນັ້ນ, ​​ເລື່ອງເພີ່ມ​ທະວີການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ຈະ​ກາຍ​ເປັນ​ກຳລັງ​ໜູນ​ນະ​ໂຍບາຍ​ໃຫ້​ແກ່​ການ​ພັດທະນາ​ອຸດສາຫະກຳ. ​ເພາະວ່າ​ຢາກ​ຍົກ​ສູງ​ຄວາມ​ສາມາດ ຫົວຄິດ​ປະດິດ​ສ້າງ​ໃຫ້​ປະ​ເທດ ຫຼື​ໃຫ້​ຂະ​ແໜງ​ອຸດສາຫະກຳ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ນະ​ໂຍບາຍ​ກ່ຽວ​ກັບການ​ປົກ​ປ້ອງ​ຊັບ​ສິນ​ທາງ​ສັນຍາ“.

ຂ່າວ/ບົດ​ອື່ນ