ກຳ່ປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້-ຍີ່ປຸ່ນ2015ມາຮອດນະຄອນໂຮ່ຈິມິນ

ກຳ່ປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້-ຍີ່ປຸ່ນ2015ມາຮອດນະຄອນໂຮ່ຈິມິນ - ảnh 1
ກຳ່ປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້-ຍີ່ປຸ່ນ2015
ມາຮອດນະຄອນໂຮ່ຈິມິນ
(ພາບ: tuoitre)

(vovworld) – ຕອນ​ບ່າ​ຍວັນ​ທີ 17/11, ຢູ່​ທ່າ​ກໍ່າ​ປັນ ກ໋າດ​ລ໋າຍ, ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ພິທີ​ຕ້ອນຮັບ​ກໍ່າ​ປ​ັ່ນຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ​ແລະ ຍີ່ປຸ່ນ ຄັ້ງ​ທີ 42 ປີ 2015 (SSEAYP 2015). ​ໃນ​ໄລ​ຍະ 5 ວັນ​ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຂອງ​ບັນດາ​ປະ​ເທດ ​ຈະ​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະຫຼາຍ​ຢ່າງ, ຢ້ຽມຢາມ​ເຂດ​ປູ​ຊະນີ​ຍະສະ​ຖານ​ປະຫວັດ​ສາດ, ພົບ​ປະ​ແລ​ກປ່ຽນ​ພ້ອມ​ກັບ​ໄວ​ໜຸ່ມ​ນະຄອນ. SSEAYP 2015 ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຊາວ​ໜຸ່ມ 322 ຄົນ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ​ແລະ ຍີ່ປຸ່ນ, ​ໃນ​ນັ້ນ​ຄະນະ​ຜູ້​ແທນ​ຫວຽດນາມ ມີ 29 ຄົນ. ​​ອ້າ​ຍ ຫງວຽນ​ກ໋ວກຕວນ, ຫົວໜ້າ​ຄະນະ​ຜູ​້​ແທນ​ຫວຽດນາມ ​ແບ່ງປັນ​ວ່າ.

      “ພວກ​ຂ້າ​ພະ​ເຈົ້າ​ໄດ້​ນ​ຳມາ​ເຊິ່ງລາ​ຍການ​ຂີດ​ໝາຍ​ພິ​ເສດ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຫວຽດນາມ. ຫົວ​ຂໍ້​ຂອງ​ປີ​ນີ້​ຂອງ​ຄະ​ນະ​ແມ່ນ Blooming ຫວຽດນາມ ໝາຍ​ຄວາມ​ວ່າ ​ເບັ່ງ​ບານ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຜ່ານ​ລາຍການ​ນີ້​ເພື່ອ​ໂຄສະນາ​ກ່ຽວ​ກັບ​ຫວຽດນາມ ທີ່​ພວມ​ພັດທະນາ​ຢ່າງຮອບດ້ານ, ຊາວ​ໜຸ່ມ​ຫວຽດນາມ ພວມ​ເຊື່ອມ​ໂຍງ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ປະກອບ​ກຳລັງ​ເຫື່​ອ​ແຮງ​ຂອງ​ຕົນ​​ເຂົ້າໃນ​ການ​ພັດທະນາ​ຂອງປະ​ເທດ​ຕົນ, ​​ທັງ​ພາກ​ພື້ນ ​ແລະ ​ທັງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ”.

ຂ່າວ/ບົດ​ອື່ນ