(ພາບປະກອບ)
(vovworld) - ວັນທີ 01 ສິງຫາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ໄດ້ປະກາດຈຳນວນບັດເລືອກຕັ້ງເຊິ່ງບັນດາພັກການເມືອງ ບັນລຸໄດ້ໃນການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ຊຸດທີ 5 ເມື່ອວັນທີ 28 ກໍລະກົດ ຜ່ານມາ. ເຊິ່ງຕາມນັ້ນແລ້ວ, ໄດ້ມີຜູ້ມີສິດເລືອກຕັ້ງ 6,6 ລ້ານຄົນ ເຂົ້າຮ່ວມການປ່ອດບັດເລືອກຕັ້ງ. ໝາກຜົນຂອງການນັບບັດໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ ຍາດໄດ້ 3,2 ລ້ານບັດສະໜັບສະໜູນ; ພັກກູ້ຊາດປະຊາຊົນກຳປູເຈຍ (CNRP) ຝ່າຍຄ້ານ ຍາດໄດ້ 2,9 ລ້ານບັດເລືອກຕັ້ງ; ພັກຮ່ວມສຳພັນເພື່ອປະຊາທິປະໄຕຍາດໄດ້ເກືອບ 70.000 ບັດເລືອກຕັ້ງ... ເລື່ອງກຳນົດຈຳນວນທີ່ນັ່ງຢູ່ສະພາແຫ່ງຊາດຊຸດທີ 5 ຢ່າງເປັນທາງການ ພຽງແຕ່ໄດ້ດຳເນີນໄປໂດຍອີ່ງໃສ່ໝາກຜົນການນັບບັດສຸດທ້າຍ ພາຍຫຼັງສິ້ນສຸດວິວັດການແກ້ໄຂບັນດາຄຳຮ້ອງຟ້ອງ ທີ່ກ່ຽວຂ້ອງເຖິງການເລືອກຕັ້ງ. ກ່ອນໜ້ານັ້ນ, ຕາມບາງແຫຼ່ງຂ່າວຢູ່ກຳປູເຈຍ, ພັກ CPP ຍາດໄດ້ 68 ໃນຈຳນວນ 123 ທີ່ນັ່ງຢູ່ສະພາແຫ່ງຊາດຊຸດທີ 5, ພັກ CNRP ຍາດໄດ້ພຽງ 55 ທີ່ນັ່ງ. ແຕ່ວ່າ, CNRP ໄດ້ປະຕິເສດໝາກຜົນດັ່ງກ່າວ, ຮຽກຮ້ອງໃຫ້ສ້າງຕັ້ງຄະນະກຳມະການປະສົມເພື່ອສືບສວນບັນດາການລະເມີດໃນການເລືອກຕັ້ງ ແລະ ນາບຂູ່ວ່າ ຈະດຳເນີນການແຫ່ຂະບວນປະທ້ວງໃນວັນທີ 04 ສິ່ງຫາ ຈະມາເຖິງ.