ກຳປູເຈຍ ຢັ້ງຢືນການພົວພັນກັບ ຫວຽດນາມ ພວມສືບຕໍ່ພັດທະນາອັນດີງາມ

(VOVWORLD) - ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ Hunsen ຈະມີການພົບປະ ແລະ ເຈລະຈາກັບບັນດາການນຳຂັ້ນສູງຂອງ ຫວຽດນາມ ແລະ ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືສອງຝ່າຍ ກຳປູເຈຍ - ຫວຽດນາມ ຫຼາຍສະບັບ

ກຳປູເຈຍ ຢັ້ງຢືນການພົວພັນກັບ ຫວຽດນາມ ພວມສືບຕໍ່ພັດທະນາອັນດີງາມ - ảnh 1

 ທ່ານ Phay Siphan, ລັດຖະມົນຕີ, ໂຄສົກຫ້ອງວ່າການສະພາລັດຖະມົນຕີ ກຳປູເຈຍ

(ພາບ: TTXVN)

ເມື່ອຕອບສຳພາດເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 6-8 ທັນວາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ Phay Siphan, ລັດຖະມົນຕີ, ໂຄສົກຫ້ອງວ່າການສະພາລັດຖະມົນຕີ ກຳປູເຈຍ, ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ Hunsen ຈະມີການພົບປະ ແລະ ເຈລະຈາກັບບັນດາການນຳຂັ້ນສູງຂອງ ຫວຽດນາມ ແລະ ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືສອງຝ່າຍ ກຳປູເຈຍ - ຫວຽດນາມ ຫຼາຍສະບັບ. ຕາມທ່ານ Phay Siphan ແລ້ວ, ກຳປູເຈຍ ຍາມໃດກໍ່ບຸລິມະສິດຊຸກຍູ້ ແລະ ປາດຖະໜາຢາກໃຫ້ ຫວຽດນາມ ມີການສົນທະນາກັບບັນດາຄູ່ຮ່ວມມືບົນພື້ນຖານສັນຕິພາບ, ເຄົາລົບ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານ Phay Siphan ໃຫ້ຮູ້ວ່າ, ທິດທາງບຸລິມະສິດຂອງ ກຳປູເຈຍ ແມ່ນສັນຕິພາບ ແລະ ການເຈລະຈາ. ຍາມໃດກຳປູເຈຍ ກໍ່ປາດຖະໜາຢາກໃຫ້ທຸກຝ່າຍເຈລະຈາ ແລະ ສົ່ງເສີມບັນດາຝ່າຍແກ້ໄຂບັນຫາດ້ວຍກົດໝາຍ ແລະ ຜ່ານສານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ