(vovworld) - ກຳປູເຈຍ ແລະ ລາວ ບັນລຸໄດ້ຂໍ້ຕົກລົງຍູ້ແຮງວຽກງານປັກຫຼັກໝາຍຊາຍແດນຂອງ 2 ປະເທດ. ນີ້ແມ່ນໝາກຜົນຂອງການພົບປະລະຫວ່າງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກັບຄູ່ຕຳແໜ່ງ ກຳປູເຈຍ Prak Sokhonn ໃນຕອນບ່າຍວັນທີ 24/1 ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ. ກຳປູເຈຍ ແລະ ລາວ ມີເສັ້ນຊາຍແດນລວມກ່ວາ 460 ກມ, ໃນນັ້ນມີເສົາຫຼັກໝາຍປະມານ 85% ໄດ້ປັກໃນພື້ນທີ່ຕົວຈິງແລ້ວ.