ກຳລັງກອງທັບເຮືອອີ​ຢີບແລະກອງທັບອາກາດອີຢີບແລະເກຼັກຈັດການຊ້ອມຮົບຮ່ວມ

ກຳລັງກອງທັບເຮືອອີ​ຢີບແລະກອງທັບອາກາດອີຢີບແລະເກຼັກຈັດການຊ້ອມຮົບຮ່ວມ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ວັນ​ທີ 07/12, ບັນ​ດາ​ກຳ​ລັງ​​ກອງ​ທັບ​ເຮືອ ແລະ ກອງ​ທັບ​ອາ​ກາດ ​ຂອງ​ອີ​ຢີບໄດ້​ເດີນ​ທາງ​ເຖິງ​​ເກຼັກ ເພື່ອ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮ​ົບ​ຮ່ວມ​​ກອງ​ທັບ 2 ປະ​ເທດ​ທີ່​ມີ​ຊື່​ວ່າ Meidoza 2015. ​ຄາດ​ຄະ​ເນ​ວ່າ, ການ​ຊ້ອມ​ຮົບຈະ​ແກ່​ຍາວ​ເປັນ​ເວ​ລາ​ຫຼາຍ​ວັນ, ດ້ວຍ​ເນື້ອ​ໃນ​ການ​ຊ້ອມ​ຮົບ​ແມ່ນ ​ຮັບ​ມື​ກັບ​ການ​ຄ​ຸ້ມ​ຄອງ​​ສ​ູ້​ຮົບ​ທາງ​ອາ​ກາດ ແລະ ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຄ້າ​ເຖື່ອນ, ໂຈນ​ສະລັດ ແລະ ການ​ອົບ​ພະ​ຍົບ​ທີ່​ຜິດ​ກົດ​ໝາຍ. ການ​ຊ້ອ​ມ​ຮົບ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຢີບ Fattah Al Sisi ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ Athens ຂອງ​ເກຼັກ, ເພື່​ອເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 3 ລະ​ຫວ່າງ​ເກຼັກ, ໄຊ​ປັດ ແລະ ອີ​ຢິບ ​ແນ​ໃສ່​ຊຸກ​ຍູ້​ການ​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ​ໃນ​ພາກ​ພື້​ນ.

ຂ່າວ/ບົດ​ອື່ນ