ກຳລັງດັນເງິນເຟີ້ຈະບໍ່ສູງ

ກຳລັງດັນເງິນເຟີ້ຈະບໍ່ສູງ - ảnh 1
(ພາປະກອບ)
(vovworld) - ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ທີ່​ຫາ​ກໍ່ປະກາດ​ຂອງ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ​ເຖິງ​ວ່າການ​ເຕີບ​ໂຕ GDP ​ໃນ​ໄຕ​ມາດທີ 1 ປີ 2013 ສູງ​ກວ່າ​​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2012, ສ້າງ​ພື້ນຖານ​ເບື້ອງ​ຕົ້ນ​ທີ່​ສະດວກ​ໃຫ້​ແກ່​ການ​ປະຕິບັດ​ຈຸດໝາຍ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ປີ 2013. ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ ຄາ​ດຄະ​ເນວ່າ ຖ້າ​ຫາກ​ວ່າ​ທ່າ​ອ່ຽງເຕີບ​ໂຕ​ບໍ່​ຫັນປ່ຽນ​ຫຼາຍ​ໃນ 3 ​ໄຕ​ມາດທ້າຍ​ປີ 2013 ນັ້ນ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ທັງ​ປີ 2013 ຈະ​ບັນລຸ​ປະມານ 5,3%. ​ໄພ​ເງິນ​ເຟີ້​ຂອງ​ທັງ​ປີ​ຄາດ​ວ່າ​ຈະ​ຕໍ່າ​ກວ່າ​ລະ​ກັບ 7%. ​​ເມື່ອໄຈ້​ແຍກສາຍ​ເຫດ​ຕົ້ນ​ຕໍ່​ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ໄພ​ເງິນ​ເຟີ້, ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ ​ໄດ້​ຖື​ວ່າ ​ຍອດ​ຄວາມ​ຕ້ອ​ງການຂອງ​ພື້ນຖານ​ເສດຖະກິດ​ປະ​ຈຸບັນ​ຍັງ​ຕໍ່າຢູ່ ​ເພາະສະ​ນັ້ນຄວາມ​ດັ່ນ​​ເງິ​ນ​ເຟີ້​ຈະ​ບໍ່​ສູງ; ປັດ​ໃຈ​ເງິນຕາ​ຈະ​ມີ​ການ​ກະທົບ​ໃດໜຶ່ງ ​ແຕ່​ບໍ່​​ເປັນ​ໜ້າວິຕົກ​ກັ່ງ​ວົນ; ປັດ​ໄຈເງິນ​​ເຟີ້ຈາກ​ການ​ນຳ​ເຂົ້າ ​ແລະ ເງິນ​ເຟີ້​ຈາກກຸ່ມ​ສະບຽງ​ອາຫານ, ພະລັງງານ​ບໍ່​ສົ່ງ​ຜົນ​ສະທ້ອນຫຼາຍ​ປານ​​ໃດ​ ເມື່ອ​ລາຄາ​ສິນຄ້າ​ໃນ​ຕະຫຼາດສາກົນ​ບໍ່ເໜັງ​ຕີງ​ຫຼາຍ​ ​ແລະ ພິ​ເສດ​ລາຄາ​ເຂົ້າສານ​ຍັງ​ຢູ່​ໃນ​ທ່າອຽງຫຼຸດ​ລົງ. ສະ​ນັ້ນ, ບັນດາ​ການ​ຫັນປ່ຽນ​ດ້ານ​ລາຄາບັນດາ​ປະ​ເພດ​ສິນຄ້າ​ພື້ນຖານ ​ແລ​ະ ​ອັດຕາ​ແລກປ່ຽນ​ເງິນຕາ​ຈະ​ແມ່ນ​ປັດ​ໄຈ​ຕົ້ນ​ຕໍ່​ກຳນົດ​ການ​ປະຕິບັດ​ຈຸດໝາຍເງິນ​ເຟີ້​ຂອງ​ທັງ​ປີ.
ຂ່າວ/ບົດ​ອື່ນ