ກຳລັງລູກສອນໄຟຍຸດທະສາດລັດເຊຍ ປະກາດແຜນການຊ້ອມຮົບຫຼາຍລະດັບ

(VOVWORLD) -ໃນປີ 2020, ກຳລັງນີ້ກໍ່ໄດ້ປະຕິບັດການຊ້ອມຮົບຍຸດທະສາດກວ່າ 200 ຄັ້ງເຊັ່ນດຽວກັນ ແລະ ມີຜູ້ບັນຊາການເຂົ້າຮ່ວມ.

ກຳລັງລູກສອນໄຟຍຸດທະສາດລັດເຊຍ ປະກາດແຜນການຊ້ອມຮົບຫຼາຍລະດັບ - ảnh 1ທ່ານປະທານາທິບໍດີລັດເຊຍຮຽກຮ້ອງໃຫ້ກຳລັງປະກອບອາວຸດເວົ້າລວມຕ້ອງບັນລຸໄດ້ເກືອບ 76% ໃນປີ 2024

(ພາບປະກອບ: TTXVN)

ວັນທີ 03 ມັງກອນ, ກະຊວງປ້ອງກັນປະເທດລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ, ກຳລັງລູກສອນໄຟຍຸດທະສາດຂອງປະເທດນີ້ຈະປະຕິບັດການຊ້ອມຮົບກວ່າ 200 ຄັ້ງຢູ່ໃນຫຼາຍລະດັບໃນປີ 2021. ໃນປີ 2020, ກຳລັງນີ້ກໍ່ໄດ້ປະຕິບັດການຊ້ອມຮົບຍຸດທະສາດກວ່າ 200 ຄັ້ງເຊັ່ນດຽວກັນ ແລະ ມີຜູ້ບັນຊາການເຂົ້າຮ່ວມ.

        ກ່ອນໜ້ານັ້ນ, ໃນກອງປະຊຸມປະຈຳປີຂອງກະຊວງປ້ອງກັນປະເທດລັດເຊຍ ເຊິ່ງດຳເນີນເມື່ອກາງເດືອນທັນວາ 2020, ທ່ານປະທານາທິບໍດີລັດເຊຍ Vladimir Putin ຮຽກຮ້ອງຕ້ອງຮັບປະກັນອັດຕາອາວຸດທັນສະໄໝຂອງບັນດາກຳລັງນາບຂູ່ນິວເຄຼຍໃນປີ 2021 ແມ່ນ 88,3%, ສ່ວນໃນກຳລັງປະກອບອາວຸດເວົ້າລວມຕ້ອງບັນລຸໄດ້ເກືອບ 76% ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ