ກຽມພ້ອມການໜູນຊ່ວຍວິສາຫະກິດຫວຽດນາມໄປລົງທຶນຢູ່ຍີ່ປຸ່ນ

ກຽມພ້ອມການໜູນຊ່ວຍວິສາຫະກິດຫວຽດນາມໄປລົງທຶນຢູ່ຍີ່ປຸ່ນ - ảnh 1
ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ
(ພາບ: tinnhanhchungkhoan)

(vovworld) - ​​ ​ວັນ​ທີ 05/07, ກົມ​ລົງ​ທຶນ​ຕ່າງ​ປະ​ເທດ, ກະ​ຊວງ​ແຜນ​ກາ​ນ ແລະ ການ​ລົງ​ທຶນ ໄດ້​ສົມ​ທົບ​ກັບ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ​ຍີ່​ປຸ່ນ (Jetro) ຈັດ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ “ເປີດກວ້າງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ກັບ​ຕະ​ຫຼາດ​ຍີ​່​ປຸ່​ນ” ເພື່ອ​ແນ​ໃສ່​ແນະ​ນຳ​ໃຫ້​ວິ​ສາ​ຫະ​ກິດ​ສຳ​ພັດ, ລົງ​ທຶນ​ເຂົ້າ​ຕະ​ຫຼາດ​ຍີ່​ປຸ່ນ. ຕາມ​ກົມ​ລົງ​ທຶນ​ຕ່າງ​ປະ​ເທດຫວຽດ​ນາມ ​ແລ້ວ, ປະ​ຈຸ​ບັນ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ລົງ​ທຶນ​ອອກ​ສູ່​ຕ່າງ​ປະ​ເທດກວ່າ 1.000 ໂຄງ​ການ, ດ້ວຍຍອ​ດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ປະ​ມ​ານ 9 ຕື້ USD. ບັນ​ດາ​ຂົງ​ເຂດ​ລົງ​ທຶນ​ຕົ້ນ​ຕໍ​ແມ່ນ​ກະ​ສິ​ກຳ, ໂທ​ລະ​ຄົມ​ມະ​ນາ​ຄົ​ມ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ… ສະ​ເພາະ​ຍີ່​ປຸ​່ນ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ລົງ​ທຶ​ນ​ເກືອບ 40 ໂຄງກ​ານ, ດ້ວຍຍອດ​ເງິນ​ລົງ​ທຶນ​ປະ​ມານ 7 ລ້ານ USD, ຢືນ​ອັນ​ດັ​ບ​ທ​ີ 45 ໃນ​ຈຳນວນ 68 ປະ​ເທດ, ເຂດ​ແຄ້ວນ​ເຊິ່ງ​ຫວຽດ​ນາມ ມີ​ໂຄງ​ການ​ລົງ​ທຶນ. ຕາມ​ທ່ານ ໂດ້​ຢືດ​ຮ່​ວາງ, ຫົວ​ໜ້າ​ກົມ​ລົງ​ທຶ​ນ​ຕ່າງ​ປະ​ເທດ, ຕະ​ຫຼາດ​ຍີ່​ປຸ່ນ ແມ່ນ​ຕະ​ຫຼາດ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​​ທີ່​ສຸດ​ໃຫ້​ແກ່​ການ​ຮ່ວມ​ມື, ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ.

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົມ​ທົບ​ກັບ Jetro ເພື່ອ​ຊຸກຍ​ູ້, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄປ​ລົງ​ທຶນ​ຢູ່​ຍີ່​ປຸ່ນ, ສຸມ​ໃສ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຫວຽດ​ນາມ ມີ​ທ່າ​ແຮງ, ຕົວ​ຢ່າງ​ຄື: ເຕັກ​ໂນ​ໂລ​ຊີ, ຊອບ​ແວ… ​ໄປລົງ​ທຶນ​ຢູ່​ຍີ່​ປຸ່ນ ຜ່ານນັ້ນ​​ກໍ່ໄດ້​ຮໍ່​າ​ຮຽນ​ເ​ອົາ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ຂອງ​ຍີ່​ປຸ່ນ ກ​ໍ​ຄ​ື​ຮ່ຳ​ຮຽນ​ເອົາ​ວຽກ​ງານ​ການ​ບຳ​ລຸງ​ສ້າງ, ການ​ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ ຈາກນັ້ນ​ສາ​ມາດ​ສົ່ງ​ອອກ​ກັບ​ເມືອ​ຫວຽດ​ນາມ ຫຼື​ ສົ່ງ​ໄປ​​ຍັງບັນ​ດາ​ຕະ​ຫຼາດ​ທີ່​ພວກ​ເຮົາ​ໄດ້​ລົງ​ນາມ​​ໃນບັນ​ດາ​ສັນ​ຍາ​ການ​ຄ້າ, ຫຼຸ​ດ​ຜ່ອນ​ຄ່​າ​ໃຊ້ຈ່າຍ, ເພີ່ມ​ຄຸນ​ນະ​ພາບ, ​ຊ່ວຍ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວິ​ສາ​ຫະ​ກິດຢູ່​ຫວຽດ​ນາມ.”

        ທ່ານ Atsusuke Kawada, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ​ຍີ່​ປຸ່ນ,  ຫ້​ອງ​ການ​ຕາງ​ໜ້າ​ປະ​ຈຳ​ຮ່າ​ໂນ້ຍ (Jetro), ໃຫ​້​ຮູ້​ວ່າ, ນີ້​ແມ່ນກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ໂຄ​ສະ​ນາ ແລະ ແນະ​ນຳ​ກ່​ຽວ​ກັບ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງ​​ທຶນ​ຂອງ​ຍີ່​ປຸ່ນ ແລະ ບັນ​ດາ​ການ​ໜູນ​ຊ່ວຍ​ຂອງ Jetro ສຳ​ລັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ລົງ​ທຶຶນ​ຢູ່​ຍີ່​ປຸ່ນ. ຍີ່​ປຸ່ນ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ສຳ​ພັດ​ກັບ​ຕະ​ຫຼາດ​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ