ຂະແໜງກວດກາຕ້ອງແກ້ໄຂການຮ້ອງທຸກຂອງພົນລະເມືອງໂດຍໄວ

ຂະແໜງກວດກາຕ້ອງແກ້ໄຂການຮ້ອງທຸກຂອງພົນລະເມືອງໂດຍໄວ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄຳ​ເຫັນ​ຊີ້​ນຳກອງ​ປະຊຸມ)


(vovworld) - ​ໃນ 6 ​ເດືອນ​ຕົ້ນ​ປີ 2015, ຫົ່ວຂະ​ແໜງ​ກວດກາ​ໄດ້​ຜັນ​ຂະຫຍາຍ​ການ​ກວດກາ​ບໍລິຫານ​ເກືອບ 2850 ຄັ້ງ ​ແລະ ກວດກາ​ຂະ​ແໜງ​ສະ​ເພາະ​ໄດ້ກ່ວາ 116.000 ​ຄັ້ງ. ຜ່ານ​ນັ້ນ, ພົບ​ເຫັນ​ການ​ລະ​ເມີດ​ເງິນ​ເກືອບ 11.300 ຕື້​ດົງ. ບັນດາ​ຕົວ​ເລັກ​ດັ່ງກ່າວ​ຖືກຍົກ​ອອກ​ມາ​ທີ່​ກອງ​ປະ​ຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ສະຫຼຸບ 6 ​ເດືອນ​ຕົ້ນ​ປີ 2015 ​ໂດຍ​ອົງການກວດກາ​ລັດຖະບານ​ຈັດ​ຕັ້ງ ​ໃນ​ຕອນ​ບ່າຍ​ວັນ​ທີ 15/7 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຊີ້​ນຳກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ຂະ​ແໜງ​ການ​ກວດກາ​ຕ້ອງ​​ແກ້​ໄຂການ​ຮ້ອງທຸກທີ່​ເຄັ່ງຮ້ອນຂອງ​ພົນລະ​ເມືອງ​ໂດຍ​ໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ຂະ​ແໜງ​ການ​ກວດກາ​ປະຕິບັດວຽກ​ງານ​ຄວບ​ຄຸມ​ການ​ສໍ້​ລາດ​ບັງ​ຫຼວງ, ​ໃນ​ນັ້ນ​ຄວນ​ສຸມ​ໃສ່​ບັນດາ​ຂະ​ແໜງ, ຂົງ​ເຂດ​ທີ່​ມີ​ຄວາມ​ສະດຸ​ງ​ໄວ​ເຊັ່ນ: ຂົງ​ເຂດ​ກໍ່ສ້າງ, ທີ່​ດິນ…

ຂ່າວ/ບົດ​ອື່ນ