ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສ້າງທ່າເຕີບໂຕຢ່າງແຮງຄືນໃໝ່

(VOVWORLD) -ໃນໄຕມາດທີ 1 ປີ 2022, ມູນຄ່າສົ່ງອອກຂອງໝວດເຄື່ອງຕ່ຳແຜ່ນຕັດຫຍິບ ບັນລຸກວ່າ 8 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສ້າງທ່າເຕີບໂຕຢ່າງແຮງຄືນໃໝ່ - ảnh 1(ພາບປະກອບ)

ຕົວເລກຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ຊີ້ໃຫ້ເຫັນວ່າ ໃນໄຕມາດທີ 1 ປີ 2022, ມູນຄ່າສົ່ງອອກຂອງໝວດເຄື່ອງຕ່ຳແຜ່ນຕັດຫຍິບ ບັນລຸກວ່າ 8 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ມາຮອດຈຸດເວລານີ້, ມີວິສາຫະກິດຂອງຂະແໜງຕ່ຳແຜ່ນຕັດຫຍິບຫຼາຍແຫ່ງໄດ້ມີໃບສັ່ງຊື້ຮອດໄຕມາດທີ 3 ປີ 2022 ແລ້ວ. ໃນນັ້ນ ລະດັບເຕີບໂຕຢ່າງແຮງຂອງຂະແໜງຕ່ຳແຜ່ນຕັດຫຍິບແມ່ນຍ້ອນສະພາບໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີ, ໃນຂະນະທີ່ບັນດາໃບສັ່ງຊື້ໄດ້ເຊັນນັບແຕ່ປີ 2021. ທ່ານ ຫວູດຶກຢາງ, ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນສະພາບ ຫວຽດນາມ ຫາກໍ່ເຊື່ອມໂຍງເຂົ້າກັບສາກົນ ແຕ່ ຫວຽດນາມ ກໍ່ມີກາລະໂອກາດກ່ຽວກັບການພັດທະນາຂະແໜງອຸດສາຫະກຳຕ່ຳແຜ່ນຕັດຫຍິບ, ຫັນເປັນອັດຕະໂນມັດ, ສ້າງກຳລັງໜູນເພື່ອໃຫ້ ຫວຽດນາມ ມີຄວາມສາມາດແກ່ງແຍ້ງໃນທັງດ້ານເວລາ, ຄຸນນະພາບ ກໍຄືດ້ານປະລິມານ. ພິເສດ, ໂລກລະບາດກໍ່ແມ່ນສິ່ງທ້າທາຍ ແຕ່ກໍ່ເປັນກາລະໂອກາດ ເພື່ອໃຫ້ ຫວຽດນາມ ຮຽກຮ້ອງການລົງທຶນ, ສ້າງກຳລັງໜູນ ແລະ ຊຸກຍູ້ການພັດທະນາໃນວິໄສໄລຍະກາງ, ໄລຍະຍາວໃຫ້ແກ່ຍຸດທະສາດພັດທະນາໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ