ຂະແໜງສິນໃນນ້ຳຫວຽດນາມປີ 2014: ຍົກສູງປະສິດທິຜົນ ແລະ ພັດທະນາແບບຍືນຍົງ

ຂະແໜງສິນໃນນ້ຳຫວຽດນາມປີ 2014: ຍົກສູງປະສິດທິຜົນ ແລະ ພັດທະນາແບບຍືນຍົງ - ảnh 1
(ພາບປະກອບ)

(vovworld) – ​ໃນ​ປີ 2014, ກົມ​ໃຫຍ່​ສິນ​ໃນ​ນ້ຳ​ໄດ້​ວາງ​​ຈຸດໝາຍ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳບັນລຸ​ 6,2 ລ້ານໂຕນ ​ແລະ ກຳນົດ​ຈຸດ​ສຸມ​ແມ່ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ຜະລິດ​ບົນທະເລທັງ​ຢູ່​​ໄກ​ຝັ່ງ ​ແລະ ແຄມ​ຝັ່ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫລຸບ​ຂອງ​ຂະ​ແໜງ​ສິນ​ໃນ​ນ້ຳ, ຈັດ​ຂຶ້ນ​ໃນ​ວັນ​ທີ 24/12, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວູວັນ​ຕ໋າມ, ​ໃຫ້​ຮູ້​ວ່າ:

    “ປີ 2014 ​ເປັນ​ຂີດ​ໝາຍ​​ແຜນຮ່າງ​ຜັນ​ຂະຫຍາຍ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ສິນ​ໃນ​ນ້ຳ​ຄືນ​ໃໝ່, ຈັດ​ຕັ້ງ​ການ​ຜະລິດ​ຢູ່​ໄກ​ຝັ່ງ ​ແລະ ແຄມຝັ່ງ​ຄືນ​ໃໝ່. ກ່ອນ​ອື່ນ​ໝົດ, ສູນ​ກາງ​ຈະ​ຜັນ​ຂະຫຍາຍ​ການປະຕິບັດທົດ​ລອງ​ຢູ່ 3 ​ແຂວງ​ຄື: ບິ່ງ​ດິ້ງ, ຟູ໋ອຽນ, ​ແຄ໋ງຮ່ວາ, ສ່ວນ​ຢູ່ແຄມ​ຝັ່ງ​ຕ້ອງ​ແບ່ງ​ໃຫ້​ບັນດາ​ທ້ອງ​ຖີ່​ນ, ​ບົນ​ພື້ນຖານ​ນັ້ນ​ບັນດາ​ທ້ອງ​ຖີ່ນຈະຊັບຊ້ອນເອງ, ​ເຮັດແນ​ວ​ໃດ​ເພື່ອຄຸຂຸດຄົ້ນ ແລະ ພັດທະນາ​ຍືນ​ຍົງ​.”

    ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຖື​ວ່າ, ປີ 2013, ຂະ​ແໜງ​ສິນ​ໃນ​ນ້ຳ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ຮູບ​ແບບ​ຂຸດ​ຄົ້ນ​ບົນ​ທະ​ເລ​ຄືນ​ໃໝ່, ​​ເຄື່ອນ​ໄຫວ​ໄກ​ຝັ່ງ​ຕາມ​ຮູບ​ແບບ​ໜ່ວຍ​ງານ, ຂຸດ​ຄົ້ນ​ສິນ​ທະ​ເລ​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ ​​ນຳ​ມາ​ເຊິ່ງປະສິດທິ​ຜົນ, ຄົ້ນ​ຄ້ວາ ​ແລະ ລົງທຶນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ​ໃນ​ການ​ຮັກສາ, ປຸງ​ແຕ່ງ ຈາກ​ນັ້ນ​ຍົກ​ສູງ​ມູນ​ຄ່າ​ຜະລິດ​ຕະພັນ.​​.​. ເພີ່ມທະວີວຽກງານຄຸ້ມຄອງກໍ່າປັ່ນຫາປ່າ, ຮັບປະກັນຄວາມ​ປອດ​ໄພ​ໃຫ້​ກຳ​ປັ່ນ​ຫາ​ປາ ແລະ ຊາວ​ປະມົງ.

 

ຂ່າວ/ບົດ​ອື່ນ