ຄົ້ນຄວ້ານະໂຍບາຍກ່ຽວກັບການພັດທະນາແຫຼ່ງຊັບພະຍາຍາກອນມະນຸດຂັ້ນສູງຢູ່ຫວຽດນາມ
(ພາບປະກອບ:vneconomy.vn)
(vovworld) - ໃນຂອບເຂດໂຄງການ “ລາຍການຄູ່ຮ່ວມມືແລກປ່ຽນບົດຮຽນໃນການພັດທະນາ ເພື່ອວິໄສທັດຫວຽດນາມ”. ວັນທີ 18/10, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ສົມທົບກັບອົງການຮ່ວມມືພັດທະນາສ.ເກົາຫຼີ (KOICA) ຈັດຕັ້ງກອງປະຊຸມສຳມະນາສະຫຼຸບການຄົ້ນຄວ້າ ດ້ວຍຫົວຂໍ້ວ່າ “ພັດທະນາແຫຼ່ງຊັບພະຍາຍາກອນມະນຸດຂັ້ນສູງ”. ກອງປະຊຸມສຳມະນາແມ່ນເວທີປາໄສເພື່ອໃຫ້ບັນດານັກວິທະຍາສາດ, ບັນດານັກວາງແຜນ ແລະ ປະຕິບັດນະໂຍບາຍຂອງຫວຽດນາມ ແລະ ສ.ເກົາຫຼີ ພ້ອມກັນແລກປ່ຽນ, ແບ່ງປັນຄວາມຮູ້, ບົດຮຽນໃນການພັດທະນາ, ຜ່ານນັ້ນ, ຈະປະກອບສ່ວນສຳຄັນເຂົ້າໃນວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂັ້ນສູງຂອງຫວຽດນາມ. ພ້ອມກັນນັ້ນ, ໝາກຜົນການຄົ້ນຄວ້າລວມນີ້ຈະປະກອບສ່ວນຢ່າງມີປະສິດທິຜົນໃນການເປັນເສນາທິການໃຫ້ບັນດາອົງການສູນກາງ ແລະ ທ້ອງຖິ່ນໃນວິວັດການວາງແຜນ ແລະ ປະຕິບັດບັນດານະໂຍບາຍພັດທະນາເວົ້າລວມ ແລະ ພັດທະນາແຫຼ່ງຊັບພະຍາຍາກອນມະນຸດຂັ້ນສູງເວົ້າສະເພາະ. ໝາກຜົນການຄົ້ນຄວ້າ ແລະ ບັນດາຂໍ້ສະເໜີແນະ, ນະໂຍບາຍຂອງໂຄງການນີ້ ຈະປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດສຳເລັດຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 2010 – 2020 ຂອງຫວຽດນາມ.