ຄວາມງາມຖ້ຳເຊີນດ່ອງສ້າງຄວາມປະທັບໃຈຢ່າງແຮງຢູ່ສິງກະໂປ

ຄວາມງາມຖ້ຳເຊີນດ່ອງສ້າງຄວາມປະທັບໃຈຢ່າງແຮງຢູ່ສິງກະໂປ - ảnh 1
ຄວາມງາມຖ້ຳເຊີນດ່ອງສ້າງຄວາມປະທັບໃຈຢ່າງແຮງຢູ່ສິງກະໂປ
(ພາບ: .vnexpress.net)


​(vovworld) - ລາຍການ​​ໂຄສະນາ​ກ່ຽວ​ກັບ​ການທ່​ອງທ່ຽວ​ຫວຽດນາມ ຖືກ​ດຳ​ເນີນ​ໃນ​ຕອນ​ຄໍ່າ​ວັນ​ທີ 04/06, ຢູ່​ສິງ​ກະ​ໂປ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ ຮ່ວາງ​ຕວນ​​ແອ​ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານລັດຖະມົນຕີ ຮ່ວາງ​ຕວນ​​ແອ​ງ ຢືນຢັນ​ວ່າ, ​ເລື່ອງ​ຫວຽດນາມ ຈັດ​ຕັ້ງ​ການ​ແນະນຳ​ການທ່​ອງທ່ຽວ​ຢູ່​ສິງກະ​ໂປ ຈະ​ປະກອບ​ສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກາ​ນທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ ​ເວົ້າ​ສະ​ເພາະ; ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ເວົ້າ​ລວມ​. ທ່ານລັດຖະມົນຕີ ຮ່ວາງ​ຕວນ​​ແອ​ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ລາຍການ​ໂຄສະນາ​ການທ່ອງທ່ຽວ​ຄັ້ງ​ນີ້ ຈະ​​ແມ່ນ​ການ​ເລີ່​ມຕົ້ນ​ໃຫ້ການ​ຫັນປ​່ຽນບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ, ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ​ຢ່າງ​ຕັ້ງ​ໜ້າ, ປະກອບສ່ວນ​ເພີ​່ມພູນ​ຄູນ​ສ້າງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ