ຄວາມມະນຸດສະທຳ ແມ່ນທາດແທ້, ມູນເຊື້ອອັນດີງາມຂອງຊາດ ຫວຽດນາມ

ຄວາມມະນຸດສະທຳ ແມ່ນທາດແທ້, ມູນເຊື້ອອັນດີງາມຂອງຊາດ ຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວຄຳເຫັນນະພິທີ
(ພາບ: Nguyễn Khang/TTXVN)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 6/4, ຢູ່ ຮ່າ​ໂນ້ຍ, ສະພາກາ​ແດງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີລົງ​ນາມ​ໃນ​ໂຄງການ​ສົມທົບ​ກັນ​ເຄື່ອນ​ໄຫວ​ມະນຸດສະທຳ​ໄລຍະ 2013 – 2018 ກັບ 9 ອົງການ, ​ໃນ​ນັ້ນ​ມີ​ວິທະຍຸ​ກະຈາຍສຽງ ຫວຽດນາມ, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ມະນຸດສະທຳ, ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ກ່ວາ​ອີກ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ໜັກ​ວ່າ: ມະນຸ​ດສະ​ທຳ​ແມ່ນ​ທາດ​ແທ້, ​ແມ່ນ​ມູນ​ເຊື້​ອອັນ​ດີງາມ​ຂອງ​ຊາດ ຫວຽດນາມ, ​ໄດ້ຮັບ​ການ​ສືບ​ທອດ, ຜັນ​ຂະຫຍາຍ​ໃນ​ຕະຫຼອດ​ປະຫວັດ​​ແຫ່ງ​ການ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຍາມ​ໃດພັກ, ລັດ ຫວຽດນາມ ຍົກ​ສູງ​ມູນ​ເຊື້ອ​ມະນຸ​ກສະ​ທຳ, ຊາບ​ຊຶມ​​ແນວ​ຄິດ​ມະນຸດສະທຳ​ເຂົ້າ​ໃນ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ, ກາ​ນ​ເຄື່ອນ​ໄຫວ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຂອງ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເວົ້າວ່າ:

“ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຫົວໜ່ວຍ​ໃນ​ບັນດາ​ໂຄງການ​ລົງ​ນາມ​ຄື​ພວກ​ເຮົາ​ປະຕິບັດ​ໃນ​ມື້​ນີ້. ສິ່ງ​ດັ່ງກ່າວ​ສະ​ແດງ​​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ຈິດ​ໃຈ, ຄວາມ​ຮັບຜິດຊອບ​ສູງ​ທີ່​ມີ​ຕໍ່​ສັງຄົມ, ການ​ຊ່ວຍ​ເຫຼືອ​ແທດ​ຈິງ​ບັນດາ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ເພື່ອ​ໃຫ້​ເຂົາ​ເຈົ້າບື່ນຕົວ​ຂຶ້ນ​ໃນ​ການ​ດຳລົງ​ຊີວິດ. ​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ບັນດາ​ອົງການ, ບັນດາ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັກ​ແພງ​ມະນຸດ, ຕັ້ງໜ້າ​​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ກາ​ແດງ, ຕອບ​ສະໜອງ​ບັ້ນ​ຂົນຂວາຍ “​ແຕ່ລະ​ອົງການ, ​ແຕ່​ລະ​ສ່ວນ​ບຸກຄົນ ຕິດ​ພັນ​ກັບ​ຮາກ​ຖານມະນຸດສະທຳ​ແຫ່ງ​ໜຶ່ງ”. ບັນດາ​ອົງການ​ພາຫະນະ​ສື່​ມວນ​ຊົນ​ຄວນ​ໂຄສະນາ​ເຜີ​ຍ​ແຜ່​ກ່ຽວ​ກັບ​ຈຸດປະສົງ, ຄວາມ​ໝາຍ​ຂອງ​ບັນດາ​ວຽກ​ງານ​ກຸສົນ, ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ອົງການ​, ສ່ວນ​ບຸກຄົນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມ​ີການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ໃນ​ການ​ເຄື່ອນໄຫວ​ມະນຸດສະທຳ​”

ຂ່າວ/ບົດ​ອື່ນ