ພາບປະກອບ
(vovworld) -ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2014, ຢູ່ນະຄອນ ເກິ່ນເທີ ມີຊາວຕ່າງປະເທດຫຼາຍຄົນມາເຮັດວຽກ ແລະ ທ່ອງທ່ຽວ. ສຳລັບເຂົາເຈົ້າແລ້ວ, ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ທັງໃກ້ຊິດ ແລະ ສະໜິດສະໜົມ. ມີນັກທ່ອງທ່ຽວຫຼາຍຄົນສະແດງຄວາມນິຍົມ ເມື່ອໄດ້ຕ້ອນຮັບບຸນປີໃໝ່ຂອງຫວຽດນາມ. ສາດສະດາຈານຂະແໜງການແພດຝລັ່ງ Pie Jolone, ຜູ້ທີ່ເຄີຍມາສິດສອນຢູ່ມະຫາວິທະຍາໄລການແພດ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນຫຼາຍເທື່ອໃນ 20 ປີທີ່ຜ່ານມາ, ແບ່ງປັນວ່າ:
“ຄວາມຮູ້ສຶກຂອງຂ້າພະເຈົ້າແມ່ນພິເສດທີ່ສຸດ, ຂ້າພະເຈົ້າມັກອາຫານຫວຽດນາມທີ່ສຸດ. ຂ້າພະເຈົ້າຫວັງວ່າຈະມີໂອກາດໄດ້ມາຫວຽດນາມຫຼາຍເທື່ອເພື່ອຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ“.
ສ່ວນອ້າຍ Eli Almi ມາຈາກອົດສະຕາລີ ໃຫ້ຮູ້ວ່າ, ນີ້ແມ່ນເທື່ອທີ 2 ທີ່ອ້າຍໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ
“ປີໃໝ່ຂ້າພະເຈົ້າຢາກໄປຄົ້ນຫາບັນດາໝູ່ບ້ານຢູ່ຫວຽດນາມ, ພິເສດແມ່ນໝູ່ບ້ານລ້ຽງປາ ເພື່ອພົບປະໂອ້ລົມ ແລະ ມ່ວນຊື່ນພ້ອມກັບເຂົາເຈົ້າ. ຂ້າພະເຈົ້າກໍ່ປາຖະໜາໄດ້ຮັບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ“.