ຄວາມເຄັ່ງຕຶງດ້ານການທູດລະຫວ່າງ ນອກແວ ແລະ ອິດສະຣາແອັນ

(VOVWORLD) - ນອກແວ ໄດ້ຮຽກຕົວເຈົ້າໜ້າທີ່ທ່ານໜຶ່ງຂອງສະຖານທູດ ອິດສະຣາແອັນ ປະຈຳ ນອກແວ ມາເພື່ອຄັດຄ້ານເລື່ອງ ອິດສະຣາແອັນ ຖອນຄືນຖານະຂອງບັນດານັກການທູດປະເທດນີ້.
ຄວາມເຄັ່ງຕຶງດ້ານການທູດລະຫວ່າງ ນອກແວ ແລະ ອິດສະຣາແອັນ  - ảnh 1(ພາບປະກອບ: AFP)

        ໃນຈົດໝາຍທາງການທີ່ສົ່ງເຖິງສະຖານທູດ ນອກແວ ປະຈຳ ແທນອາວີບ (Tel Aviv) ໃນວັນທີ 08 ສິງຫາ, ກະຊວງການຕ່າງປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ, ບໍ່ຮັບຮູ້ນັກການທູດ ນອກແວ 8 ຄົນທີ່ເຮັດວຽກຢູ່ບັນດາເຂດດິນແດນຂອງ ປາແລັດສະຕິນ ຖືກຢືດຄອງ. ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Katz ໃຫ້ຮູ້ວ່າ, ຍ້ອນສາຍເຫດແມ່ນ ຫວ່າງມໍ່ໆມານີ້ ນອກແວ ໄດ້ຮັບຮອງເອົາລັດ ປາແລັດສະຕິນ.

        ໃນວັນດຽວກັນ, ນອກແວ ໄດ້ຮຽກຕົວເຈົ້າໜ້າທີ່ທ່ານໜຶ່ງຂອງສະຖານທູດ ອິດສະຣາແອັນ ປະຈຳ ນອກແວ ມາເພື່ອຄັດຄ້ານເລື່ອງ ອິດສະຣາແອັນ ຖອນຄືນຖານະຂອງບັນດານັກການທູດປະເທດນີ້. ທ່ານລັດຖະມົນຕີການຕ່າງປະເທດ ນອກແວ Espen Barth Eide ໃຫ້ຮູ້ວ່າ, ຍາມໃດ ນອກແວ ກໍ່ຮັກສາການພົວພັນມິດຕະພາບກັບ ອິດສະຣາແອັນ ແຕ່ກໍ່ຮັກສາທັດສະນະທີ່ວ່າ ການປະທະກັນພວມເກີດຂຶ້ນຢູ່ເຂດ ກາຊາ ໄດ້ກໍ່ຄວາມເສຍຫາຍຫຼາຍຢ່າງຕໍ່ປະຊາຊົນ ປາແລັດສະຕິນ. ທ່ານຖືວ່າ, ຂໍ້ຕົກລົງຂອງ ອິດສະຣາແອັນ ຈະກໍ່ຜົນຮ້າຍຕໍ່ການພົວພັນຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ