ຫວຽດ​ນາມ​ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi

(VOVWORLD) - ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຸມໃສ່ 3 ໜ້າທີ່ຈຸດສຸມ ແມ່ນສະໜອງໄຟຟ້າຄືນ, ຮັບປະກັນການຮັກສານ້ຳມັນໃຫ້ແກ່ຕະຫຼາດ, ຮັບປະກັນແຫຼ່ງສະໜອງສິນຄ້າທີ່ຈຳເປັນໃຫ້ແກ່ປະຊາຊົນ.
ຫວຽດ​ນາມ​ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi - ảnh 1ພາບປະກອບ: VOV

ພາຍຫຼັງພັດເຂົ້າດິນຕໍ່ແຜນ ພາຍຸ Yagi ໄດ້ທຳລາຍ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນຢູ່ຫຼາຍແຂວງ, ນະຄອນຂອງ ຫວຽດນາມ. ໄລ່ຮອດຕອນເຊົ້າວັນທີ 9 ກັນຍາ, ພາຍຸ Yagi  ເຮັດໃຫ້ກ່ວາ 270 ຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດກ່ວາ 270 ຄົນ, ໃນນັ້ນ ມີ 26 ຄົນເສຍຊີວິດ ແລະ ຫາຍສາບສູນ. ປັດຈຸບັນ, ບັນດາທ້ອງຖິ່ນ ພວມຮີບດ່ວນແກ້ໄຂຜົນຮ້າຍຢ້ອນຫຼັງ, ນຳຊີວິດກັບຄືນສູ່ສະພາບການປົກກະຕິ. 

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຸມໃສ່ 3 ໜ້າທີ່ຈຸດສຸມ ແມ່ນສະໜອງໄຟຟ້າຄືນ, ຮັບປະກັນການຮັກສານ້ຳມັນໃຫ້ແກ່ຕະຫຼາດ, ຮັບປະກັນແຫຼ່ງສະໜອງສິນຄ້າທີ່ຈຳເປັນໃຫ້ແກ່ປະຊາຊົນ.ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນໃຫ້ຮູ້ວ່າ:

ສຸມໃສ່ຊີ້ນ, ຊຸກຍູ້ບັນດາຫົວໜ່ວຍຂະແໜງໄຟຟ້າ, ຂະແໜງພະລັງງານ ລະດົມທຸກແຫຼ່ງກຳລັງ ເພື່ອແກ້ໄຂບັນຫາຂອງບັນດາຫົວໜ່ວຍກຳເນີດໄຟຟ້າ, ລະບົບສາຍສົ່ງໄຟຟ້າ ແລະ ຕາໜ່າງໄຟຟ້າຂັ້ນຮາກຖານເພື່ອ ສະໜອງໄຟຟ້າຄືນໃໝ່ ເພື່ອຮັບໃຊ້ການຜະລິດ ແລະ ຊີວິດປະຈຳວັນຂອງປະຊາຊົນ.

ພ້ອມກັນນັ້ນ, ພະນັກງານໂທລະຄົມມະນາຄົມນັບພັນຄົນໄດ້ຮັບການລະດົມເພື່ອຮີບດ່ວນແກ້ໄຂບັນຫາ, ຟື້ນຟູພື້ນຖານໂຄງລ່າງໂທລະຄົມມະນາຄົມ, ຊ່ວຍເຊື່ອມຕໍ່ລະບົບຕິດຕໍພົວພັນຄືນໃໝ່. ຄາດວ່າໃນ 2 ວັນຕໍ່ໄປ, ລະບົບຕິດຕໍ່ພົວພັນຢູ່ບັນດາທ້ອງຖິ່ນໄດ້ຮັບການຟື້ນຟູຢ່າງສົມບູນ.

ໃນຂະນະນັ້ນ, ຍ້ອນຖືກຜົນກະທົບຈາກພາຍຸ Yagi, ນ້ຳ ຢູ່ລະບົບແມ່ນ້ຳຂອງເຂດພາກເໜືອຫວຽດນາມ ພວມເພີ່ມຂຶ້ນສູງ ເຮັດໃຫ້ນ້ຳຖ້ວມຢູ່ຫຼາຍເຂດພາກ ແລະ ປະຊາຊົນນັບພັນຄົນຕ້ອງຍົກຍ້າຍໄປຍັງເຂດປອດໄພ. ແຂວງ ລາວກາຍໄດ້ປະກາດໃຊ້ສະພາວະສຸກເສີນໄພພິບັດທຳມະຊາດ, ແຂວງ ອຽນບ້າຍ ໄດ້ຍົກຍ້າຍປະຊາຊົນຫຼາຍຄົນແຕ່ຕ່ອນຄຳວັນທີ 8 ກັນຍາ.    

ຕອບກັບ

ຂ່າວ/ບົດ​ອື່ນ