ຄວາມ​ເຄັ່ງ​ຕຶງ​ຢູ່​ ເຂດຕາ​ເວັນ​ອອກ​ກາງເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) -  ທ່ານ Hassan Nasrallah ການນຳ Hezbollah ກ່າວເຕືອນວ່າ ອິດສະລາແອັນ ໄດ້ໄປກາຍເສັ້ນເຂດແດນແດງ” ເມື່ອເຂັ່ນຂ້າທ່ານ Fuad Shukr ຜູ້ບັນຊາການກອງທັບແຖວໜ້າຂອງກຳລັງນີ້ ແລະ ລອບສັງຫານທ່ານ Ismail Haniyeh ການນຳການເມືອງ ຮາມາດສ.
ຄວາມ​ເຄັ່ງ​ຕຶງ​ຢູ່​ ເຂດຕາ​ເວັນ​ອອກ​ກາງເພີ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1ທ່ານ Hassan Nasrallah ການນຳ Hezbollah (ພາບ: Reuters)

ວັນທີ 1 ສິງຫາ, ທ່ານ Hassan Nasrallah ການນຳ Hezbollah ກ່າວເຕືອນວ່າ ອິດສະລາແອັນ ໄດ້ໄປກາຍເສັ້ນເຂດແດນແດງ” ເມື່ອເຂັ່ນຂ້າທ່ານ Fuad Shukr ຜູ້ບັນຊາການກອງທັບແຖວໜ້າຂອງກຳລັງນີ້ ແລະ ລອບສັງຫານທ່ານ Ismail Haniyeh ການນຳການເມືອງ ຮາມາດສ. ທ່ານ Nasrallah ໄດ້ປະກາດວ່າ ການໂຕ້ຕອບອິດສະລາແອັນ ແມ່ນ “ບໍ່ສາມາດຫຼີກລ້ຽງໄດ້” ແລະ Hezbollah ຈະຍົກອອກ ປະຕິກະລິຍາໃນຕົວຈິງ, ບໍ່ແມ່ນມີລັກສະນະສັນຍາລັກເທົ່ານັ້ນ”, ພ້ອມທັງໃຫ້ຮູ້ວ່າ ສົງຄາມກັບ ອິດສະລາແອັນ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ແລະ ຈະດຳເນີນໃນທຸກບັ້ນຮົບ.

ແລະກໍ່ໃນວັນດຽວກັນ, ທ່ານ Abdul Malik al-Houthi ການນຳກຳລັງ Houthi ໄດ້ປະກາດຈະມີ ປະຕິກິລິຍາທາງການທະຫານ ຕໍ່ເຫດລອບສັງຫານທ່ານ Ismail Haniyeh ການນຳຮາມາດສ. ສ່ວນອີຣານ ແລະ ຜູ້ຕາງໜ້າບັນດາກຸ່ມປະກອບອາວຸດ ທີ່ມາຈາກລີບັງ, ເຢແມນ ແລະ ອີຣັກ ໄດ້ຈັດກອງປະຊຸມດ່ວນໃນວັນທີ 1 ສິງຫາເພື່ອປຶກສາຫາລືມາດຕະການໂຕ້ຕອບການກະທຳໃໝ່ຂອງ ອິດສະລາແອັນ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໃຫ້ຮູ້ວ່າ ອິດສະລາແອັນ ໄດ້ກະກຽມໃຫ້ບໍ່ວ່າ “ການຮຸກຮານ” ໃດ.

ຕອບກັບ

ຂ່າວ/ບົດ​ອື່ນ