ຄວາມ​ເຄັ່ງ​ຕຶງ​ໃນ​ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ລາ​ແອັນ - Hezbollah ເພີ່ມ​ຂຶ້ນ

(VOVWORLD) - ກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃຫ້ຮູ້ວ່າໃນວັນນີ້, ກອງທັບອາກາດປະເທດນີ້ໄດ້ບຸກໂຈມຕີຫຼາຍເປົ້າໝາຍຂອງກຸ່ມ Hezbollah ຢູ່ທາງທິດໃຕ້ ລີບັງ ລວມມີຕຶກອາຄານແຫ່ງໜຶ່ງຢູ່ເຂດ Kawkaba, ສະຖານທີ່ເຕົ້າໂຮມອາວຸດ, ຖານຍິງລູກສອນໄຟ.
ຄວາມ​ເຄັ່ງ​ຕຶງ​ໃນ​ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ລາ​ແອັນ - Hezbollah ເພີ່ມ​ຂຶ້ນ - ảnh 1ພາບປະກອບ: Reuters

ໂດຍສືບຕໍ່ບັນດາການປະທະກັນເຂດຊາຍແດນທີ່ນອງເລືອດແກ່ຍາວເປັນເວລາກ່ວາ 11 ເດືອນຜ່ານມາ, ວັນທີ 13 ກັນຍາ, ກອງທັບອິດສະລາແອັນ ແລະ ຂະບວນການ Hezbollah ຢູ່ລີບັງ ໄດ້ເປີດຫຼາຍເຫດບຸກໂຈມຕີຢ່າງດຸເດືອນເລັ່ງໃສ່ກັນ, ເຮັດໃຫ້ຄວາມສ່ຽງເກີດການປະທະກັນຢ່າງຮອບດ້ານເພີ່ມຂຶ້ນ ດ້ວຍຜົນຕາມມາທີ່ຍາກຈະຄາດຄະເນໄດ້ໃນທົ່ວພາພກພື້ນ. ຕອນຄ່ຳວັນທີ 13 ກັນຍາ, ກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃຫ້ຮູ້ວ່າໃນວັນນີ້, ກອງທັບອາກາດປະເທດນີ້ໄດ້ບຸກໂຈມຕີຫຼາຍເປົ້າໝາຍຂອງກຸ່ມ Hezbollah ຢູ່ທາງທິດໃຕ້ ລີບັງ ລວມມີຕຶກອາຄານແຫ່ງໜຶ່ງຢູ່ເຂດ Kawkaba, ສະຖານທີ່ເຕົ້າໂຮມອາວຸດ, ຖານຍິງລູກສອນໄຟ ແລະ ພື້ນຖານໂຄງລ່າງຈຳນວນໜຶ່ງຢູ່ເຂດ Majdal Zoun, Jebbayn ແລະ Blida. ສ່ວນ Hezbollah ປະກາດໄດ້ຍິງລູກສອນໄຟນັບສິບລູກເພື່ອແນໃສ່ບຸກໂຈມຕີຖານທີ່ໝັ້ນຂອງກອງທັບອາກາດອິດສະລາແອັນ ຢູ່ເຂດ Safed ເຊິ່ງນອນຢູ່ຫ່າງຈາກຊາຍແດນລີບັງປະມານ 12 ກີໂລແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ